(ພາບປະກອບ:canthotv.vn)
(vovworld)- ເວທີປາໄສ “ການສົ່ງອອກປີ 2013: ການໂອ້ລົມສົນທະນາກັບທູດການຄ້າ“ ໄດ້ດຳເນີນໄປໃນຕອນເຊົ້າວັນທີ 22/3 ຢູ່ນະຄອນໂຮ່ຈິມິນ ໂດຍມີການເຂົ້າຮ່ວມຂອງການນຳກະຊວງອຸດສາຫະກຳການຄ້າ, ທູດການຄ້າຫວຽດນາມ ປະຈຳບັນດາປະເທດອົດສະຕາລີ, ຍີ່ປຸ່ນ, ມຽນມາ, ການນຳບາງແຂວງຢູ່ທິດຕາເວັນອອກທາງພາກໃຕ້, ເຂດທົ່ງພຽງແມ່ນ້ຳຂອງ ແລະ ຜູ້ຕາງໜ້າບັນດາວິສາຫະກິດສົ່ງອອກ. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນບັນດາກົນໄກ, ນະໂຍບາຍ ແລະ ບັນດາທ່າອ່ຽງສົ່ງອອກໃນປີນີ້. ບັນດານັກທຸລະກິດໄດ້ແບ່ງບັນບັນດາບົດຮຽນໃນບັນດາຕະຫຼາດສົ່ງອອກ. ທ່ານນາງຫງວຽນທິຮົ່ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຖືວ່າ:
“ຜ່ານການໂອ້ລົມສົນທະນາຄັ້ງນີ້, ພວກຂ້າພະເຈົ້າຖືວ່າ: ບໍ່ພຽງແຕ່ຢຸດຢູ່ໃນການແກ້ໄຂບັນດາຂໍ້ຕິດຂັດຢ່າງທັນການໃຫ້ແກ່ບັນດາວິສາຫະກິດໃນການສົ່ງອອກ ຫາກຍັງແນະນຳບັນດາກົນໄກນະໂຍບາຍໃຫ້ບຸລິມິສິດໃນການສົ່ງອອກສຳລັບວິສາຫະກິດພາຍໃນ ແລະ ຕ່າງປະເທດ. ນອກຈາກນັ້ນ, ທາງນະຄອນຍັງໜູນຊ່ວຍບັນດາວິສາຫະກິດສົ່ງເສີມການຄ້າ ແລະ ໂຄສະນາຜະລິດຕະພັນຂອງຕົນ, ເປີດກ້ວາງອັດຕາສ່ວນໃນຕະຫຼາດ ແລະ ສຳພັດກັບຕະຫຼາດໃຫ່ມດ້ວຍບັນດາການເຄື່ອນໄຫວຈັດງານຕະຫຼາດນັດ, ສົ່ງເສີມການຄ້າ…. “.