ເວທີປາໄສຄູ່ຮ່ວມມືອາຊີກ່ຽວກັບການມອບສິດນິຕິກຳຄັ້ງທີ 3

ເວທີປາໄສຄູ່ຮ່ວມມືອາຊີກ່ຽວກັບການມອບສິດນິຕິກຳຄັ້ງທີ 3 - ảnh 1
(ພາບປະກອບ)

(TTX) ວັນ​ທີ 27/8, ຢູ່​ຮ່າ​ໂນ້ຍ, ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ (UNDP) ປະຈຳ​ຫວຽດນາມ ສົມທົບ​ກັບ​ສະພາ​ທະນາຍຄວາມ​ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 3 ”ເວທີ​ປາ​ໄສຄູ່​ຮ່ວມ​ມື​ອາຊີ​ກ່ຽວ​ກັບ​ການ​ມອບ​ສິດ​ນິຕິ​ກຳ”. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Bakhodir Burkhanov ຜູ້​ວ່າການ​ຫົວໜ້າ​ UNDP ປະຈຳ​ຫວຽດນາມ, ​ໃຫ້​ຮູ້​ວ່າ UNDP ກຳນົດ​ໄດ້ 4 ຂົງ​ເຂດ​ເປັນ​ເສົາ​ຄຳ້​ເຊິ່ງລວມມີ: ການ​ສຳ​ພັດ​ກັບ​ຄວາມ​ຍຸຕິ​ທຳ ​ແລະ ອຳນາດ​ນິຕິບັນຍັດ, ສິດ​ອອກ​ແຮງ​ງານ, ກຳມະສິດ​ຊັບ​ສົມບັດ ​ແລະ ສິດ​ດຳ​ເນີນ​ທຸ​ລະ​ກິດ. ທ່ານ Bakhodir Burkhanov ​ເນັ້ນ​ໜັກ​ວ່າ: ​ເພື່ອ​ຜັນ​ຂະຫຍາຍ​ວຽກ​ງານ​ ​ແລະ ຄຳ​ສະ​ເໜີ​​ແນະ​ທີ່​ຍົກ​ອອກ​ມາ​ຢ່າງ​ມີ​ປະສິດທິ​ຜົນນັ້ນ, ຄະນະ​ກຳມະການ​ມອບ​ສິດ​ນິຕິ​ກຳ​ໃຫ້​ແກ່​ຜູ້​ທີ່​ທຸກ​ຍາກ ​ໄດ້​ຍົກ​ອອກ​ບັນດາ​ຂໍ້​ລິ​ເລີ່​ມພາກ​ພື້ນ ​ໃຫ້​ແກ່​ການ​ພັດທະນາ​ໂຄງການ ມອບ​ສິດ​ນິຕິ​ກຳ​.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​​ໄດ້ສຸມ​ໃສ່​ປຶກສາ​ຫາລືບັນດາ​ບັນຫາ​ກ່ຽວ​ກັບ​ການມອບ​ສິດ​ນິຕິ​ກຳ​ ​ແລະ ບັນດາ​ວິທີ, ມາດ​ຕະການ​ປະຕິບັດ​ສິດ​ເສດຖະກິດ ​ແລະ ການ​ເມືອງ, ​ເສີມ​ຂະຫຍາຍ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ວັດ.

ຂ່າວ/ບົດ​ອື່ນ