ເວທີປາໄສວິສາຫະກິດ ຫວຽດນາມ 2012

ເວທີປາໄສວິສາຫະກິດ ຫວຽດນາມ 2012 - ảnh 1
ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ ປີ 2012
ພາບ:vietbao.vn

 (vovword)- ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ ປີ 2012 ພາຍ​ໃຕ້​ຫົວ​ຂໍ້​ວ່າ:“ຈາກ​ຄວາມ​ເປັນ​ປົກກະຕິ​ໄປ​ສູ່​ການ​ຟື້ນ​ຟູ​ເສດຖະກິດ” ກ່ອນ​ດຳ​ເນີ​ນກອງ​ປະຊຸມ​ກຸ່ມ​ທີ່​ປຶກສາບັນດາ​ນັກ​ອຸປະຖຳ​ກາງ​ສະ​ໄຫມ ປີ 2012 ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 29/5 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Vu Van Ninh ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ​ໃນ​ປີ 2012, ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້ຢູ່​ໃນ​ລະດັບ 1 ຕົວ​ເລກ, ຮັກສາ​ການ​ເຕີບ​ໂຕ​​ໃນ​ລະດັບ​ເໝາະ​ສົມ 6%, ລາຍ​ຈ່າຍ​ງົບປະມານ​​ແຫ່ງ​ລັດເກີນ​ດຸນປະມານ 4,8% GDP ພ້ອມ​ທັງ​ຮັບປະກັນ​ການປະຕິບັດ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​​ໃນທຸກ​ກໍລະນີ​ເປັນ​ຢ່າງ​ດີ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈຸດໝາຍ​ນີ້ ພວມ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໃຫ້​ຮູ້​ວ່າ:

        “ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ວາງ​ອອກ​ໃຫ້​ແກ່​ລັດຖະບານ​ໃນ​ໄລຍະ​ຈະ​ມາ​ເຖິງ​ນັ້ນ​ແມ່ນ ຕ້ອງ​ສຸມ​ໃສ່​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ປະຈຸ​ບັນ, ​ເປັນ​ເຈົ້າ​ການ​ໃນ​ການ​ບໍລິຫານ​ເພື່ອ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ສ້າງ​ເງື່ອນ​ໄຂ​ຊຸກຍູ້​ການ​ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຍູ້​ແຮງ​ການ​ໃຊ້​ສອຍ​ສິນຄ້າ ​ແຕ່​ບໍ່​ເຮັດ​ໃຫ້​ເສດຖະກິດ​ມະຫາ​ພາກຂາດ​ຄວາມ​ເປັນ​ປົກກະຕິ ແລະ ​ໄພ​ເງິນ​ເຟີ້​ກັບ​ຕ່າ​ວຄືນ​ມາ. ທີ່​ເວທີ​ປາ​ໄສ​ປີ​ນີ້, ລັດຖະບານ ຫວຽດນາມ ປາດ​ຖະຫນາ​ຢາກ​​ໄດ້​ຮັບ​ຄຳ​ສະ​ເຫ​ນີຂອງ​ບັນດາ​ວິ​ສາ​ຫະກິດ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ສ້າງກົນ​ໄກ​ນະ​ໂຍບາຍ​ສົມບູນ​ແບບ ​ແລະ ວາງ​ອອກ​ບັນດາ​ມາດ​ຕະການ​ຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ປະຕິບັດ​ບັນດາ​ຈຸດໝາຍ​ຂອງ​ປີ 2012 ​ແລະ ຊຸມ​ປີ​ຕໍ່​ໄປ​ຢ່າງ​ມີ​ໄຊ.”

        ທີ່​ເວທີ​ປາ​ໄສ,​ທ່ານ​ນາງ Victoria Kwakwa ຜູ້ອຳນວຍການ​ທະນາຄານ​ໂລກ​ປະຈຳ ຫວຽດນາມ ຖື​ວ່າ:

        “ການປຶກສາ​ຫາລື​ຢູ່​ເວທີ​ປາ​ໄສ​ຄັ້ງ​ນີ້ ​ແມ່ນ​ຖືກ​ຕອ້ງກັບ​ຈຸດ​ເວລາ, ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ ​ແລະ ພາກ​ເອກະ​ຊົນ, ​ແກ້​ໄຂ​ສະພາບ​ຕິດ​ຂັດ​​ໃຫ້​ແກ່ພື້ນຖານ​ເສດຖະກິດ. ”

ຕອບກັບ

ຂ່າວ/ບົດ​ອື່ນ