ເວທີປາໄສສົນທະນາຫາລືນະໂຍບາຍ “ສ້າງກົດໝາຍວ່າ ດ້ວຍສິດທິມະນຸດ ໃຫ້ສົມບູບແບບ”

ເວທີປາໄສສົນທະນາຫາລືນະໂຍບາຍ “ສ້າງກົດໝາຍວ່າ ດ້ວຍສິດທິມະນຸດ ໃຫ້ສົມບູບແບບ” - ảnh 1
ພາບປະກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 23/5, ກະຊວງ​ຍຸຕິ​ທຳ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ​ສົນທະນາ​ຫາລື​ນະ​ໂຍບາຍ “ສ້າງ​ກົດໝາຍ​ວ່າ​ດ້ວຍ​ສິດທິ​ມະນຸດ​ໃຫ້​ສົມບູນ​​ແບບ”. ຈຸດປະສົງ​ຂອງ​ເວທີ​ປາ​ໄສ​ເພື່ອ​ແນ​ໃສ່​ແບ່ງປັນ, ສະ​ເໜີ​ຂໍ້​ມູນ​ຂ່າວສານ ​ແລະ ​ແລກປ່ຽນ, ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ສິ​ດທິມະນຸດ​ຢູ່​ຫວຽດນາມ​ ​ໃຫ້​ສົມບູນ​ແບບ. ກ່າວ​ຄຳ​ເຫັນ​ໄຂ​ເວທີ​ປາ​ໄສ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຍຸຕິ​ທຳ Hoang The Lien ຊີ້​ແຈງ​ວ່າ: ປົກ​ປັກ​ຮັກສາ​ສິດທິ​ມະນຸດ ​ແມ່ນ​ບັນຫາ​ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຈາກ​ລັດ ຫວຽດນາມ. ຢູ່​ລະດັບ​ຊາດ, ບັນ​ດາ​ສິດທິ​ມະນຸດ​ອັນ​ເປັນ​ພື້ນຖານ ​ໄດ້​ລະ​ບຸ​ໃນ​ລັດຖະທຳ​ມະນູນ, ສ້າງ​ເປັນ​ລະບອບ​ໃນ​ເອກະສານ​ນິຕິ​ກຳຫຼາຍ​ສະບັບ ​ແລະ ​ໄດ້​ຮັບປະກັນ​ປະຕິບັດ​ໃນ​ສະພາບຕົວ​ຈິງ. ຢູ່​ລະດັບ​ສາກົນ, ຫວຽດນາມ ​ໄດ້​ຕັ້ງໜ​້າ​ເຂົ້າ​ຮ່ວມ ​ແລະ ປະຕິບັດ​ຢ່າງ​ເຂັ​ມງວດ​ບັນດາສົນທິສັນຍາ​ສາກົນ​ສຳຄັນ​ທີ່​ສຸດ​ກ່ຽວ​ກັບ​ສິດທິ​ມະນຸດ​ທີ່​ປະຊາ​ຄົມ​​ໂລກ​​ໄດ້ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ. ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ໄດ້​​ແລກປ່ຽນ ກ່ຽວ​ກັບ​ບົດບາດ​ຂອງ​ກະຊວງ​ຍຸຕິ​ທຳ​ໃນ​ການ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ສິດທິ​ມະນຸດ​ໃຫ້​ສົມບູນ​ແບບ ​ແລະ ປະຕິບັດ​ບັນດາຂໍ້​ສະ​ເໜີ​ແນະ UPR (​ແມ່ນ​ບົດລາຍ​ງານ​ລະດັບຊາດ​ຄັ້ງ​ທີ 1 ຕາມ​ກົນ​ໄກ​ສຳ​ຫຼວດກວດກາ​ເປັນ​ປະຈຳ​ໃນ​ທົ່ວ​ໂລກ), ຮັບ​ຟັງ​ບົດ​ລາຍ​ງານ​ຕິດຕາມ​ກວດກາ​ບັນ​ດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ຫວຽດນາມ​ກ່ຽວ​ກັບ​ສິດ​ພົນລະ​​ເຮືອນການ​ເມືອງ​ຈຳນວນ​ໜຶ່ງ, ຮັບ​ຟັງ​ບົດ​ລາຍ​ງານ​ການ​ຄົ້ນ​ຄ້ວາ, ຕີ​ລາຄາ ສາຍ​ກ່ຽວ​ພັນ​ລະຫວ່າງກົດໝາຍ​ອາຍາ ​ແລະ ກົດໝາຍ​ດຳ​ເນີນ​ຄະດີ​ອາຍາ ກັບ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດ​ທິມະນຸດ​ເຊິ່ງຫວຽດນາມ ​ແມ່ນ​ສະມາຊິກ.

ຂ່າວ/ບົດ​ອື່ນ