ເວທີປາໄສສາກົນຄັ້ງທີ8ກ່ຽວກັບພະລັງງານປະລະມານູ“Atomexpo2016”

ເວທີປາໄສສາກົນຄັ້ງທີ8ກ່ຽວກັບພະລັງງານປະລະມານູ“Atomexpo2016” - ảnh 1
(ພາບປະກອບ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 30/05 – 1/06 ຢູ່​ນະຄອນຫລວງ​ ມົດ​ສະກູ ສະຫະພັນ ລັດ​ເຊຍ ​ໄດ້ດຳ​ເນີນ​ເວທີ​ປາ​ໄສ​ສາກົນ​ຄັ້ງ​ທີ 8 ກ່ຽວ​ກັບ​ພະລັງງານ​ປະລະມານູ “Atomexpo2016” ດ້ວຍ​ຫົວ​ຂໍ້​ລວມ​ແມ່ນ “ພະລັງງານ​ປະລະມານູ ​ແມ່ນ​ພື້ນຖານ​ດຸ່ນດ່ຽງຂອງ​ພະລັງງານ​ບໍ່ປອດ Carbon”. ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ເວທີ​ປາ​ໄສ ​ແມ່ນ​ບັນດາ​ພະນັກງານ​ຂອງ​ກະຊວງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ. ​ໃນ​ຊຸມ​ວັນ​ດຳ​ເນີນ​ເວ​ທີ​ປາ​ໄສ, ຄະນະ​ຜູ້​ແທນ ຫວຽດນາມ ມີ​ການ​ເຮັດ​ວຽກ​ກັບ​ບັນດາ​ອົງການທີ່​ມີ​ສ່ວນ​ກ່ຽວ​ຂ້ອງຂອງ ລັດ​ເຊຍ ​ແລະ 2 ຝ່າຍ​ກໍ່​ພ້ອມ​ກັນຫວນ​ຄືນ​ວິວັດ​ການ​ຮ່ວມ​ມື​ກ່ຽວ​ກັບ​ພະລັງງານ​ນິວ​ເຄຼຍ; ​ແລກປ່ຽນ​ກ່ຽວ​ກັບ​ຄວາມ​ສາມາດ​ຊຸກຍູ້​ວຽກ​ງານສື່​ມວນ​ຊົນ​ໃຫ້​ບັນດາ​ເປົ້າ​ໝາຍ​ແຕກ​ຕ່າງ​ກັນ​ຢູ່ ຫວຽດນາມ ​ເພື່ອ​​ເຮັດໃຫ້​ບັນຫາ​ພະລັງງານ​ນິວເຄຼຍ ຈະ​​ໄດ້​ຮັບ​ການກຳ​​ແໜ້ນດີ​ກ່ວາ.

        ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ, ບັນດາ​ການ​ນຳ​ໂລກ​ໃນ​ຂົງ​ເຂດ​ພະລັງງານ​ປະລະມານູ ສາມາດ​ແລກປ່ຽນ​ບັນດາ​ບົດຮຽນທີ່​ກ້າວໜ້າ, ​ສຳຜັດ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ໃໝ່, ບັນດາ​ສິ່ງ​ທ້າ​ທາຍ​​ໃນ​ຕະຫລາດ​ພະລັງງານ, ກຳນົດ​ທິດ​ພັດທະນາ​ຂະ​ແໜງອຸດສາຫະກຳ​ປະລະມານູ ​ເພື່ອ​ຮັບປະກັນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ແບບດຸ່ນດ່ຽງ​ຂອງ​ປະ​ເທດ​ຊາດ. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ ກໍ່ສາມາດ​ແນະນຳ​ບັນດາ​ຜະລິດ​ຕະພັນ, ການ​ບໍລິການ​ຂອງ​ຕົນ​ຕໍ່​ບັນດາ​ວິ​ສາ​ຫະກິດ​ຂະ​ແໜງ​ອຸດສາຫະກຳ​ປະລະມານູ​ໂລກ.

ຂ່າວ/ບົດ​ອື່ນ