ເວທີປາໄສສາສະໜາອິດສະລາມໂລກຄັ້ງທຳອິດຈະໄດ້ຈັດຂຶ້ນຢູ່ອິນເດຍ

ເວທີປາໄສສາສະໜາອິດສະລາມໂລກຄັ້ງທຳອິດຈະໄດ້ຈັດຂຶ້ນຢູ່ອິນເດຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ​ເຈົ້າ​ພາບ Narendra Modi
(ພາບ​ປະ​ກອບ: TTXVN)


(vovworld) –​ ເວ​ທີ​ປາ​ໄສສາ​ສະ​ໜາ​ອິດ​ສະ​ລາມ​ໂລກ​ຄັ້ງ​​​ທ​ຳ​ອິດ (Sufi Forum) ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ນະ​ຄອ​ນ​ຫຼວງ New Delhi ຂອງ​ອິນ​ເດຍ ໃນ​ວັນ​ທີ 17/03 ຈະ​ມາ​ເຖິງ. ເວ​ທີ​ປາ​ໄສ​ໂດຍ​ສະ​ຖາ​ບັນ Ulama ແລະ Mashaikh (AIUMB) ຈັດ​ຕັ້ງ, ໄ​ດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ຮຽ​ນ​ຮູ້​​ແຖວ​ໜ້າ​ໃນ​ໂລກ​ກ່ຽວ​ກັບ​ສະ​ສະ​ໜາ​ອິດ​ລະ​ລ​າມ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ມະ​ຫາ​ບັນ​ດິດ, ພາ​ລະ​ກອນສັງ​ຄົມ​ທີ່​ມາ​ຈາກ 20 ປະ​ເທດ, ໃນ​ນັ້ນ​ມີ​ປາ​ກິດ​ສະ​ຖານ. ຄາດ​ວ່າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ​ເຈົ້າ​ພາບ Narendra Modi ຈະ​ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ​ທີ່​ເວ​ທີ​ໄຂ. ທ່ານ​ປະ​ທານ​​ຜູ້ກໍ​່ຕັ້ງ AIUMB, Syed Muhammad Ashraf ​ໄດ້ເນັ້ນ​ໜັກ​ເຖິງ​ການ​ແຜ່​ລາມ​ຂອງ​ການກໍ່​ການ​ຮ້າຍ ແລະ ການ​ໃຊ້​ຄວາມ​ຮຸ​ນ​ແຮງ​​ໂດຍ​ບັນ​ດາ​ກຳ​ລັງ​ທຳ​ສົງ​ຄາມ​ສັກ​ສິດຢູ່​ຊີ​ຣີ ແລະ ບັນ​ດາ​ເຂດ​ອື່ນ​ໃນ​ໂລກ​ໄດ້​​ດຳ​ເນີນ, ໄດ້ເຮັດ​ໃຫ​້​ຮູບ​ພາບ​ຂອງ​ສາ​ສະ​ໜາ​ອິດ​ສະ​ລາມ​ຖືກ​ສູນ​ເສຍ. ສະ​ນັ້ນ, ນີ້​ແມ່ນ​ຈຸດ​ເວ​ລ​າ​ຕ້ອງ​ຄົ້​ນ​ຄ​ິດ​ກ່ຽວ​ກັບ​ບັນ​ດາ​ການ​ອະ​ທິ​ບາຍ​ກ່ຽວ​ກັບ​ສາ​ສະ​ໜາ​ອິດ​ສະ​ລາມ​ຢ່າງ​ເຂັ້ມ​ງວດ.

ຂ່າວ/ບົດ​ອື່ນ