ເວທີປາໄສອາຊີປົວຢາວ2016:ຈີນຊຸກຍູ້ບັນດາຄວາມມານະພະຍາຍາມສຳເລັດການເຈລະຈາRCEP

ເວທີປາໄສອາຊີປົວຢາວ2016:ຈີນຊຸກຍູ້ບັນດາຄວາມມານະພະຍາຍາມສຳເລັດການເຈລະຈາRCEP  - ảnh 1
ວາ​ລະ​ໄຂ​ກອງ​ປະ​ຊຸມ​ປະ​ຈຳ​ປີ ເວ​ທີ​ປາ​ໄສ ອາ​ຊີ ປົວ​ຢາວ
ພາບ:congly.com

(vovworld)- ​ ວັນ​ທີ 24/3, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ​ນ ຫລີ​ເຄືອ​ຊ​ຽງ ໄດ້​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ກ່ຽວ​ຂ້ອງ​ສຳ​ເລັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ (RCEP) ໃນ​ປີນີ້. ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ​ປະ​ຈຳ​ປີ ເວ​ທີ​ປາ​ໄສ ອາ​ຊີ ປົວ​ຢາວ ປີ 2016 ພວມ​ດຳ​ເນີນ​ຢູ່​ແຂວງ ໄຮ່​ຫນານ, ປະ​ເທດ​ຈີນ, ທ່ານ ຫລີ​ເຄືອ​ຊຽງ ໄດ້​​ໃຫ້​ຂໍ້​ສັງ​ເກດວ່າ: ບັນ​ດາ​ປະ​ເທດໃນ​ພາກ​ພື້ນ ພວມ​ຖືກ​ກຳ​ລັງ​ດັນ​ຈາກ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຊຸດ​ໂຊມ​ຢູ່​ພາຍນອກ ກໍ​ຄ​ື​ພັດ​ທະ​ນາ​ບໍ່​ດຸ່ນ​ດ່ຽງ. ທ່ານ ຫລີ​ເຄືອ​ຊຽງ ໄດ້​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ສົມ​ທົບ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ໃນ​ພາກ​ພື້ນ​. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ໄດ້​ເນັ້​ນ​ຫນັກ​ວ່າ: RCEP ແມ່ນ​ສັນ​ຍາ​ດ້ານ​ການ​ຄ້າ​ພາກ​ພື້ນ​ໃຫຍ່​ສຸດ​ໃນ​ໂລກ, ດ້ວຍ​ຈຳ​ນວນ​ປະ​ເທດ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ຫລາຍ​ສຸດ. ຈີນ ພ້ອມ​ແລ້ວ ສະ​ຫນອງ​ໃຫ້​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ື​ໃນ​ພາກ​ພື້ນ​ບັນ​ດາ​ຕ່ອງ​ໂສ້​ການ​ຜະ​ລິດ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ລາ​ຄາ​ຕ່ຳ ເພື່ອ​ຫນູນ​ຊ່ວຍ​ບັນ​ດາ​ປະ​ເທດ​ເຫລົ່າ​ນີ້​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ການ​ຜະ​ລິດ.

ຂ່າວ/ບົດ​ອື່ນ