ເວທີປາໄສຮ່ວມມືດ້ານການຄ້າ, ການທ່ອງທ່ຽວ, ການລົງທຶນຫວຽດນາມ - ອີນໂດເນເຊຍ

ເວທີປາໄສຮ່ວມມືດ້ານການຄ້າ, ການທ່ອງທ່ຽວ, ການລົງທຶນຫວຽດນາມ - ອີນໂດເນເຊຍ - ảnh 1
ເວທີ​ປາ​ໄສ​ຮ່ວມ​ມື​ ດ້ານ​ການ​ຄ້າ, ການທ່ອງທ່ຽວ ​
ແລະ ການ​ລົງທຶນ​ຫວຽດນາມ - ອີນ​ໂດ​ເນ​ເຊຍ ຄັ້ງ​ທີ 2
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 13/06, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະຖານທູດ​ສ.ອີນ​ໂດ​ເນ​ເຊຍ ​ໄດ້​ສົມທົບ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ຈັດ​ຕັ້ງ​ເວທີ​ປາ​ໄສ​ຮ່ວມ​ມື​ ດ້ານ​ການ​ຄ້າ, ການທ່ອງທ່ຽວ ​ແລະ ການ​ລົງທຶນ​ຫວຽດນາມ - ອີນ​ໂດ​ເນ​ເຊຍ ຄັ້ງ​ທີ 2. ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ມີ​ 250 ວິ​ສາ​ຫະກິດ​ຂອງ​ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ເຊິ່ງໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ແງ່​ຫວັງຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ ​ແລະ ບັນດາ​ຄວາ​ມມາ​ນະພະ​ຍາ​ຍາມ​​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ປະຕິບັດ​ໂຄງການ​ເຄື່ອນ​ໄຫວ​ລວມລະຫວ່າງ​ຫວຽດນາມ - ອີນ​ໂດ​ເນ​ເຊຍ. ພິ​ເສດ​ສູ້​ຊົນ​ນຳ​ວົງ​ເງິນ​ສົ່ງ​ອອກ 2 ສົ້ນ​ບັນລຸ​ລະດັບ 5 ຕື້ USD ​ໃນ​ປີ 2015. ທ່ານ Mayerfas, ​ເອກ​ອັກຄະ​ລັດຖະທູດ​ສ.ອີນ​ໂດ​ເນ​ເຊຍ ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “​ເວທີ​ປາ​ໄສ​ຄັ້ງ​ນີ້ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ວິ​ສາ​ຫະກິດ 2 ຝ່າ​ຍໄດ້ພົບ​ປະກັນ, ​ເປີດ​ກວ້າງ​ເຄືອຂ່າຍພົວພັນ​ກໍ​ຄື​ຊອກ​ຫາ​ບັນດາ​ການ​ພົວພັນ​ຮ່ວມ​ມື​ໃໝ່, ​ຈາກ​ນັ້ນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ 2 ຝ່າຍ, ​ເພີ່ມ​ທະວີ​ກາລະ​ໂອກາດ​ລົງທຶນ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ​ໄປ​ຢ້ຽມຢາມ​ອີນ​ໂດ​ເນ​ເຊຍ ​ແລະ ກົງກັນ​ຂ້າມ”.

        ປະຈຸ​ບັນ​ອີນ​ໂດ​ເນ​ເຊຍ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 4 ຂອງ​ຫວຽດນາມ ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ໄລ​ຮອດ​ເດືອນ 5 ປີ 2013, ອີນ​ໂດ​ເນ​ເຊຍ ມີ 35 ​ໂຄງການ​ລົງທຶນ​ຢູ່​ຫວຽດນາມ, ດ້ວຍ​ຍອດ​ຈຳນວນ​ເງິນ​ຈົດ​ທະບຽນ​ກວ່າ 285 ລ້ານ USD.

ຂ່າວ/ບົດ​ອື່ນ