ເວທີປາໄສຮ່ວມມືດ້ານເສດຖະກິດໃນເຂດອ່າວພາກເໜືອເປີດກ້ວາງຄັ້ງທີ9

ເວທີປາໄສຮ່ວມມືດ້ານເສດຖະກິດໃນເຂດອ່າວພາກເໜືອເປີດກ້ວາງຄັ້ງທີ9 - ảnh 1
ທ່ານ ຫງວຽນ​ຮົ່ງ​ເຈື່ອງ ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ
(ພາບ: nhandan)

(vovworld) - ​ ​ ​ເວທີ​ປາ​ໄສ​ຮ່ວມ​ມື​ດ້ານເສດຖະກິດ​ອ່າວ​ພາກ​ເໜືອ​ເປີດ​ກ້ວາງ​ຄັ້ງ​ທີ 9 ຮ່ວມ​ແຮງ​ຮ່ວມ​ໃຈ​ຮ່ວມ​ມື​ໃນ​ເຂດ​ອ່າວ​ພາກ​ເໜືອ​ເປີດ​ກ້ວາງ ​ແລະ ພ້ອມ​ກັນ​ກໍ່ສ້າງ “​ແລວ​ເສດຖະກິດ​ໜຶ່ງ, ​ເສັ້ນທາງ​ດຽວ” ດຳ​ເນີນ​ໃນ​ວັນ​ທີ 26/05 ຢູ່​ນະຄອນ​ໜານ​ໜິງ ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ຊົນ​ເຜົ່າ ຈວາງ ​ແຂວງ ກວາງຊີ ຈີນ. ​ເວທີ​ປາ​ໄສ​ສຸມ​​ໃສ່​ປຶກສາ​ຫາລື 2 ​ເນື້ອ​ໃນ​ຕົ້ນຕໍກ່ຽວ​ກັບ​ການ​ກໍ່ສ້າງ, ພັດທະນາ​ແລວ​ເສດຖະກິດ ຈີນ - ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄຫຼ່ທະວີບ ​ແລະ ຕາໜ່າງການຮ່ວມ​ມືລະຫວ່າງບັນດາ​ນະ​ຄອນທ່າ​ກ່​ຳປ່ັນ ຈີນ - ອາ​ຊຽນ. ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ມີ​ຜູ້​ແທນ​ຈີນ ​ແລະ ອາ​ຊຽນປະມານ 500 ທ່ານ.

        ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ, ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ທ່ານ ຫງວຽນ​ຮົ່ງ​ເຈື່ອງ ຮອງ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ ​ແລະ ຂົນ​ສົ່ງ ຫວຽດນາມ ຕີ​ລາຄາ​ສູງ​ບັນດາ​ກາລະ​ໂອກາດ ​ເຊິ່ງປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC) ນຳ​ມາ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ບັນດາ​ຝ່າຍ ​ແລະ ປະກອບສ່ວນ​ໃຫ້​ແກ່ການ​ຮ່ວມ​ມື​ພັດທະນາ​ໃນ​ພາກ​ພື້ນ. ທ່າ​ນຮອງລັດຖະມົນຕີ​ກໍ່​ຢືນຢັນ​ວ່າ ຫວຽດນາມ ​ຖື​ເປັນ​ສຳຄັນການ​ຮ່ວມ​ມື​ດ້ານເສດຖະກິດ​ຢູ່​ເຂດອ່າວ​ພາກ​ເໜືອ​ເປີດ​ກ້ວາງ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຈີນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນດ້ານ​ການ​ຄ້າ, ສ້າງ​ຄວາມ​ສະດວກ​ໃນ​ການ​ແຈ້ງ​ພາສີ​ສິນຄ້າ, ການ​ລົງທຶນ​ພັດທະນາ​ເຕັກ​ໂນ​ໂລ​ຢີ, ການຮ່ວມ​ມື​ຍົກ​ສູງ​ຄວາມ​ສາມາດການ​ຜະລິດ, ພັດທະນາ​ຕາໜ່າງ​ໂຄງ​ລ່າງ​​ຄົມ​ມະ​ນາ​ຄົມ, ການຮ່ວມ​ມື​ດ້ານ​ການ​ສຶກສາ, ການພົບ​ປະ​ແລກປ່ຽນ​ປະຊາຊົນ, ການຮ່ວມ​ມື​ ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ.

ຂ່າວ/ບົດ​ອື່ນ