ເວທີປາໄສຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ-ຊອກຈັງ

ເວທີປາໄສຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ-ຊອກຈັງ - ảnh 1
ແຂວງ ຊອກຈັງ
(ພາບປະກອບ)


(vovworld) – ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ -​ ຊອກ​ຈັງ ຖື​ກຈັດ​ຂຶ້ນ​ໃນ​ທ້າຍ​ປີ​ 2014 ນີ້, ​ຂ່າວ​ດັ່ງກ່າວ​​ໂດຍ​ທ່ານ ຫງວຽນ​ຟອງ​ກວາງ, ຮອງ​ຫົວໜ້າ​ຄະນະປະຈຳຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ຢືນຢັນ​ໃນ​ວັນ​ທີ 6/3. ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ -​ ຊອກ​ຈັງ ຄັ້ງ​ທີ 8 (​ເຊິ່ງ​ເອີ້ນ​ຫຍໍ້​ວ່າ MDEC - ຊອກ​ຈັງ ປີ 2014), ​ໂດຍ​ແຂວງ ຊອກ​ຈັງ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ, ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ 11/2014 ດ້ວຍ​ຫົວ​ຂໍ້ “ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່ ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງພາກ​ໃຕ້ ຫວຽດນາມ”. ຈຸດໝາຍ​ຂອງ​ເວທີ​ປາ​ໄສ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ໂຄສະນາ​ພາບ​ພົດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ເຂດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ, ສ້າງ​ບັນດາ​​ແຜນການ​ຮ່ວມ​ມື​ລະຫວ່າງ​ບັນດາ​ແຂວງ, ນະ​ຄອນ​ໃນ​ເຂດ ກັບ​ບັນດາ​ແຂວງ, ນະຄອນ ​ໃນ​ທົ່ວ​ປ​ະ​ເທດ ​ແລະ ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ. ຜ່ານ​ເວທີ​ປາ​ໄສ​ຄັ້ງ​ນີ້, ບັນດາ​ທ້ອງ​ຖີ່​ນ​ໃນ​ເຂດ ສາມາດ​ຍູ້​ແຮງ​ການ​ຮ່ວມ​ມື​ສົ່ງ​ເສີມ​ການ​ຄ້າ, ສົ່ງ​ເສີມ​ລົງທຶນ​ການທ່ອງ​ທ່ຽວ, ຂຸດ​ຄົ້ນ​ບັນດາ​​ແຫ່ງກຳລັງ​ທີ່​ມີ​ຢູ່​ແລ້ວ​ຂອງ​ຕົນ​ຢ່າງ​ມີ​ປະສິດທິ​ຜົນ, ນຳ​ມາ​ເຊິ່ງການ​ເຕີບ​ໂຕ​ແບບ​ຍືນ​ຍົງ. ນີ້​ແມ່ນ​ຄັ້ງ​ທີ 8 ທີ່ MDEC ​ໄດ້​ຮັບ​ການຈັດ​ຕັ້ງ​ນັບ​ແຕ່​ປີ 2007 ມາ​ຮອດ​ປະຈຸ​ບັນ.

 

ຂ່າວ/ບົດ​ອື່ນ