ເວທີປາໄສເສດຖະກິດອິດສະລາມໂລກໄຂຂຶ້ນຢູ່ອິນໂດເນເຊຍ

ເວທີປາໄສເສດຖະກິດອິດສະລາມໂລກໄຂຂຶ້ນຢູ່ອິນໂດເນເຊຍ - ảnh 1
ເວ​ທີ​ປາ​ໄສ​ເສດ​ຖ​ະ​ກິດອິດ​ສະ​ລາມ​ໂລກ​ (WIEF) ຄັ້ງ​ທີ 12
(ພາບ: thejakartapost.com)

(vovworld) - ຕອນ​ເຊົ້າ​ວັ​ນ​ທີ 02/08, ເວ​ທີ​ປາ​ໄສ​ເສດ​ຖ​ະ​ກິດອິດ​ສະ​ລາມ​ໂລກ​ (WIEF) ຄັ້ງ​ທີ 12 ຖື​ກ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ ຈາ​ກາ​ຕາ, ປະ​ເທດ ອິນ​ໂ​ດ​ເນ​ເຊຍ. ມີ​ຜູ້​ແທນກວ່າ 2.500 ​ທ່ານ ແລະ ​ບັນ​ດາປະ​ມຸກ​ລັດ​ທີ່​ມາ​ຈາກ 100 ປະ​ເທດ​ໃນ​ໂລກ​ເຂົ້າ​ຮ່ວມ​ເຫດ​ການນີ້. ນີ້​ແມ່ນ​ເວ​ທີ​ປາ​ໄສ​ປຶກ​ສາ​ລືບັນ​ດາ​ສິ່ງ​ທ້າ​ທາຍ, ກາ​ລະ​ໂອ​ກາດ ແລະ ທ່າ​ອ່ຽງ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢູ່​ບັນ​ດາ​ປະ​ເທດ​ອິດ​ສະ​ລາມ ໃນ​ສະ​ພາບ​ເສດ​ຖະ​ກິດ​ທົ່ວ​ໂລກ​ປະ​ຈຸ​ບັ​ນ. ພິ​ເສດ, ເວ​ທີ​ປາ​ໄສ​ກໍ່​ຊອກ​ຮູ້ບົດ​ບາດ​​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ໃນ​ກາ​ນ​ຊຸກ​ຍູ້​ການ​ເຕີບ​ໂຕດ້ານ​ເສດ​ຖະ​ກິດ​ສຳ​ລັບ​ພື້ນ​ຖານ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ. ບັນ​ດາ​ບັນ​ຫາ​ຕົ້ນ​ຕໍ່​ທີ່​ໄດ້​ປຶກ​ສາ​ຫາ​ລື​ທີ່ເວ​ທີ​ປາ​ໄສ​ຄັ້ງ​ນີ້​ຄື: ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ; ການ​ເຊື່ອມ​ໂຍງ​ດ້ານ​ການ​ເງິນ​ອິດ​ສະ​ລາມ; ເປີດກວ້າງ​ຂະ​ແໜງ​ອຸດ​ສາ​ຫະ​ກຳສະ​ບ​ຽງ​ອາ​ຫານ Halal ທົ່ວ​ໂລກ… ເວ​ທີ​ປາ​ໄວ​ຖືກ​ດຳ​ເນີນ​ຮອດ​ວັນ​ທີ 04/08.

ຂ່າວ/ບົດ​ອື່ນ