ເວທີປາໄສເສດຖະກິດເຂດທົ່ງພຽງແມ່ນ້ຳຂອງ ປີ 2013 ຈະຈັດຂຶ້ນຢູ່ວິ້ງລອງ

ເວທີປາໄສເສດຖະກິດເຂດທົ່ງພຽງແມ່ນ້ຳຂອງ ປີ 2013 ຈະຈັດຂຶ້ນຢູ່ວິ້ງລອງ - ảnh 1
(ພາບປະກອບ)

(vovworld) -     ປີ 2013, ​ແຂວງວິ້ງ​ລອງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ພັດທະນາ​ເສດຖະກິດ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ (MDEC - ວິ້ງ​ລອງ 2013). ດ້ວຍ​ຫົວ​ຂໍ້ວ່າ “​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ມຸ່ງ​ໄປ​ສູ່​ພື້ນຖານ​ເສດຖະກິດ​ຂຽວ”, ​ຄາດ​ວ່າເວທີ​ປາ​ໄສຈະ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 24 – 27/11/2013​, ​ແນ​ໃສ່​ໂຄສະນາ, ​ແນະນຳ, ດຶງ​ດູດ​ການ​ລົງທຶນ​ເພື່ອ​ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ຢ່າງ​ແຮງ. ຕາມ​ຄະນະ​ຊີ້​ນຳ​​ເຂດຕາ​ເວັນ​ຕົກ​ພາກ​ໃຕ້​ແລ້ວ, ​ເວທີ​ປາ​ໄສ MDEC - ວິ້ງ​ລອງ 2013 ຈະ​ລວມມີ​ບັນດາ​ການ​ເຄື່ອນ​​ໄຫວ​ໃຫຍ່​ຄື: ງານ​ຕະຫຼາດນັດ - ວາງສະ​ແດງ “ສັບປະດາ​ສິ່ງ​ແວດ​ລ້ອມ​ຂຽວ”, ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ, ກອງ​ປ​ະຊຸມ​ສຳ​ມະ​ນາ, ການ​ເຄື່ອງ​ນໄຫວ​ງານ​ບຸນ, ການ​ແຂ່ງ​ຂັນ ​ແລະ ຂົນ​ຂວາຍ​ຮັບປະກັນ​ຊີວິດ​ສັງຄົມ. MDEC - ວິ້ງ​ລອງ 2013 ຄາ​ດວ່າ ຈະ​ມີ​ຮ້ານ​ວາງສະ​ແດງ​ສິນຄ້າ 650 ຮ້ານ ຈາກ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ; ບັນດາ​ກົມ, ສະ​ຖາ​ບັນ, ມະຫາວິທະຍາ​ໄລ, ທະນາຄານ; ບັນດາ​ກົງ​ສູນ​ໃຫຍ່ ​ແລະ ບັນດາ​ວິ​ສາ​ຫະກິດ... ​ໃນ​ບັນດາ​ຂົງ​ເຂດ​ຮັບ​ໃຊ້​ໃຫ້​ແກ່​ການພັ​ດທະນາ​ເສດຖະກິດ, ສັງຄົມ ​ໃນ​ທົ່ວ​ເຂດທົ່ງພຽງ​ແມ່​ນ້ຳຂອງ. ​ການ​​ເສັງ​ຖ່າຍຮູບ​ສິລະ​ປະ, ການ​ຜະລິດ​ຂຽວ​, ງານ​ລາຕີ​ສິລະ​ປະສົມທົບກັບ​ບັ້ນ​ຂົນຂວາຍ​ສ້າງ​ກອງ​ທຶນ​ເພື່ອຮັບປະກັນ​ຊີວິດ​ສັງຄົມ ກໍ​ຈະ​ຖືກ​ຕັ້ງ​ຢູ່​ເວທີ​ປາ​ໄສ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ