ເວທີປາໄສໂອ້ລົມ ສົນທະນາດ້ານປ້ອງກັນ ຊາດສາກົນ Jarkarta

ເວທີປາໄສໂອ້ລົມ ສົນທະນາດ້ານປ້ອງກັນ ຊາດສາກົນ Jarkarta - ảnh 1

ນະຄອນຫຼວງ Jarkarta

(ພາບ:vi.hotels.com)

( vovworld ) ​ວັນ​ທີ 21/3, ເວທີ​ປາ​ໄສ​ໂອ້​ລົມ​ສົນທະນາ​ດ້ານ​ປ້ອງ​ກັນຊາ​ດສາກົນ Jarkarta ຄັ້ງທີ 2 (IDD 2012)​ ໄດ້ຖືກ​ໄຂ​ຂຶ້ນ​ຢູ່​ສູນ​ກອງ​ປະຊຸມ​ສາກົນ​ທີ່​ນະຄອນຫຼວງ Jarkarta ປະ​ເທດ Indonesia. ​ເວທີ​ປາ​ໄສ​ໄດ້​ສຸມ​ໃສ່​ຫົວ​ຂໍ້​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ອາຊີ-​ປາຊີ​ຟິກ ກໍ​ຄື​ໃນ​ທົ່ວ​ໂລກ ​ໃນ​ສະພາບ​ການ​ດ້ານ​ການ​ເມືອງ​ໂລກ​ມີ​ບັນດາ​ການ​ຜັນ​ແປ່​ຢ່າງ​ໄວວາ ​ແລະ ສັ​ບສົນ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ເລຂາທິການ​ໃຫ່ຍສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ Indonesia ​ໃນ​ການ​ຈັດຕັ້ງເວທີ​ປາ​ໄສຄັ້ງນີ້; ພ້ອມ​ທັງ​ຖື​ວ່າ ນີ້​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ປະ​ເທດ​ຕ່າງໆ​ສາມາດ​ໂອ້​ລົມ​ສົນທະນາ, ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ໄພ​ນາບ​ຂູ່, ການ​ທ້າ​ທາຍ​ລວມ​ໃນ​ປະຈຸ​ບັນ ​ແລະ ຊອກ​ຫາ​ວິທີ​ການ​ຮັບ​ມື. ທ່ານ​ເລຂາທິການ​ໃຫ່ຍສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ເນັ້ນໜັກ​ເຖິງ​ບັນດາ​ການ​ຜັນ​ແປຜິດ​ປົກກະຕິຢູ່​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟຼິກກາເໜືອ, ​ໂດຍ​ສະ​ເພາະ​ແມ່ນ​ສະພາບ​ການ​ຢູ່ Syria, ບັນດາ​ຫາ​ນີວ​ເຄຼຍຂອງ Iran ​ແລະ ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ, ສະພາບ​ການ​ຢູ່​ອາ​ຟິຼກກາ ​ແລະ ອາ​ເມ​ລິ​ກາ​ລາ​ຕິນ. ທ່ານ​ເລຂາທິການ​ໃຫ່ຍສະຫະ​ປະຊາ​ຊາດ Ban Ki Moon ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ໃນ​ສະພາ​ຄວາມໝັ້ນຄົງສະຫະ​ປະຊາ​ຊາດ  ຈົ່ງ​ຊອກ​ຫາ​ສຽງ​ເວົ້ລວມ​ໃຫ້​ແກ່​ບັນຫາ Syria ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ ຈົ່ງ​ເພີ່ມ​ທະວີ​ການ​ເຂົ້າຮ່ວມ ​ແລະ ໜູນ​ຊ່ວຍ​ພາລະ​ກຳ​ປົກ​ປັກຮັກສາ​ສັນຕິພາບຂອງສະຫະ​ປະຊາ​ຊາດ. ທ່ານ​ກໍ​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​​ຄວາມ​ໝັ້ນຄົງ​ດ້ານ​ນີວ​ເຄຼຍ ຊື່​ງຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 26/3 ທີ່​ຈະ​ມາ​ເຖິງ​ຢູ່​ນະຄອນຫຼວງ ​ເຊີ​ອູ​ນ ຂອງ ສ​າທາ​ລະນະ​ລັດ​ເກົາຫຼີ.

 

 

ຂ່າວ/ບົດ​ອື່ນ