ເວເນຊູເອລາ ກ່າວຫາບັນດານາຍທະຫານໂຕນທັບ ມີກົນອຸບາຍກໍ່ລັດຖະປະຫານ ຈາກ ໂກລົມເບຍ

(VOVWORLD) -ການນໍາຝ່າຍຊ້າຍຖືວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮຽກຮ້ອງໃຫ້ລັດຖະບານ ໂກລົມເບຍ ແລະ ມາເຟຍ ເຂັ່ນຂ້າທ່ານ ເພື່ອເຂົ້າເຖິງແຫຼ່ງນໍ້າມັນບໍ່ຂອງ ເວເນຊູເອລາ. 

        ວັນທີ 30 ມັງກອນ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ກ່າວຫາບັນດານາຍທະຫານໂຕນທັບຂອງປະເທດນີ້ວ່າ ໄດ້ກາຍເປັນ ລູກແຫຼ້ງຕີນມື  ຈາກໂກລົມເບຍ ໄດ້ຂຶ້ນແຜນເພື່ອແນໃສ່ແບ່ງແຍກກໍາລັງປະກອບອາວຸດ ແລະ ມີກົນອຸບາຍດໍາເນີນການກໍ່ລັດຖະປະຫານ ຕ້ານຄືນອໍານາດການປົກຄອງ Caracas.

        ໃນໜັງສືພິມອອນລາຍ Sputniknews.com  ຂອງລັດເຊຍ ໄດ້ ຄັດສະເໜີ ຄໍາຖະແຫຼງຂອງທ່ານປະທານາທິບໍດີ Maduro ໃນການກ່າວປາໄສຄັ້ງຫຼ້າສຸດ ເມື່ອຊີ້ນໍາບັນດາການເດີນສວນສະໜາມຂອງ ພົນທະຫານ 2.500 ຄົນ ຢູ່ ນະຄອນຫຼວງ Caracas, ທ່ານປະທານາທິບໍດີ Maduro ໄດ້ກ່າວຫາບັນດານາຍທະຫານໂຕນທັບວ່າ ໄດ້ກາຍເປັນລູກແຫຼ້ງຕີນມື ແລະ ມີກົນອຸບາຍຈາກ ໂກລົມເລຍ ເພື່ອແນໃສ່ແບ່ງແຍກກໍາລັງປະກອບອາວຸດ ຂອງເວເນຊູເອລາ”. ເຖິງຢ່າງໃດກໍຕາມ, ທ່ານບໍ່ໄດ້ຊີ້ແຈ້ງບັນດາເນື້ອໃນທີ່ກ່ຽວຂ້ອງຕື່ມອີກ. ການນໍາຝ່າຍຊ້າຍຖືວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮຽກຮ້ອງໃຫ້ລັດຖະບານ ໂກລົມເບຍ ແລະ ມາເຟຍ ເຂັ່ນຂ້າທ່ານ ເພື່ອເຂົ້າເຖິງແຫຼ່ງນໍ້າມັນບໍ່ຂອງ ເວເນຊູເອລາ. 

ຕອບກັບ

ຂ່າວ/ບົດ​ອື່ນ