ເວເນຊູເອລາຍົກອອກກຳນົດເວລາສຸດທ້າຍຮຽກຮ້ອງພາລະກອນການທູດອາເມລິກາ ອອກຈາກປະເທດນີ້

(VOVWORLD) -ວັນທີ 13 ມີນາ, ລັດຖະບານເວເນຊູເອລາ ໄດ້ຕົກລົງ ບໍ່ອະນຸຍາດແກ່ຍາວການມີໜ້າຂອງບັນດາພາລະກອນການທູດອາເມລິກາ ຢູ່ຜື້ນແຜ່ນດິນປະເທດນີ້, ພ້ອມທັງຮຽກຮ້ອງພາລະກອນສະຖານທູດອາເມລິກາ ປະຈຳ Caracas ທັງໝົດກັບເມືອປະເທດໃນຮອບເວລາ 72 ຊົ່ວໂມງ.

ເວເນຊູເອລາຍົກອອກກຳນົດເວລາສຸດທ້າຍຮຽກຮ້ອງພາລະກອນການທູດອາເມລິກາ ອອກຈາກປະເທດນີ້ - ảnh 1 ສະຖານທູດອາເມລິກາ ປະຈຳ Caracas

(ພາບ:  AFP/TTXVN)

ຕາມແຈ້ງການຂອງກະຊວງການຕ່າງປະເທດເວເນຊູເອລາ ແລ້ວ, ການມີໜ້າຂອງບັນດາພະລະກອນການທູດອາເມລິກາ “ໄດ້ເປັນໄພອັນຕະລາຍຕໍ່ສະຖຽນລະພາບ, ສັນຕິພາບ ແລະ ຜື້ນແຜ່ນດິນອັນຄົບຖ້ວນ” ຂອງປະເທດອາຟະລິກາໃຕ້ນີ້. ເວເນຊູເອລາ ຊີ້ແຈ້ງເຈົ້າວ່າ ມີໜ້າທີ່ຂັ້ນສູງໃນອຳນາດການປົກຄອງອາເມລິກາບາງທ່ານ ໄດ້ກ່າວເຕືອນການນຳໃຊ້ຄວາມຮຸນແຮງເພື່ອປົກປ້ອງອັນທີ່ເອີ້ນວ່າ “ຄວາມປອດໄພໃຫ້ແກ່ບັນດາພາລະກອນການທູດອາເມລິກາ ປະຈຳ Caracas”.

        ນອກນັ້ນ, ລັດຖະບານເວເນຊູເອລາ ກໍ່ຖະແຫຼງຢຸດຕິບັນດາການເຈລະຈາກ່ຽວກັບຄວາມສາມາດສ້າງຕັ້ງຫ້ອງການຕົວແທນສິດຜົນປະໂຫຍດຢູ່ນະຄອນຫຼວງຂອງແຕ່ລະປະເທດ ແລະ ຖືວ່າ, ທຸກບັນຫາຄວນມີການເຈລະຈາລະຫວ່າງ 2 ປະເທດເຊິ່ງຈະໄດ້ປະຕິບັດຜ່ານຕົວແທນທີ່ປະຈຳຢູ່ສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ