ເວເນຊູເອລາເນລະເທດທູດການທະຫານໂບລີເວຍ

(VOVWORLD) -ຂໍ້ຕົກລົງດັ່ງກ່າວກ່ຽວຂ້ອງເຖິງບົດບາດຂອງຜູ້ບັນຊາຂັ້ນສູງກຳລັງປະກອບອາວຸດໂບລີເວຍ ໃນການກໍ່ລັດຖະປະຫານເມື່ອວັນທີ 10 ພະຈິກ ຜ່ານມາ ຢູ່ໂບລີເວຍ

ເວເນຊູເອລາເນລະເທດທູດການທະຫານໂບລີເວຍ - ảnh 1 ທ່ານ Jorge Arreaza ລັດຖະມົນຕີການຕ່າງປະເທດເວເນຊູເອລາ

 (ພາບປະກອບ: AFP/TTXVN)

ວັນທີ 21 ພະຈິກ, ກະຊວງການຕ່າງປະເທດເວເນຊູເອລາ ໃຫ້ຮູ້ວ່າ, ຈະຖອນສິດພິເສດສຳລັບບັນດາພາລະກອນຂຶ້ນກັບຫ້ອງການທູດທະຫານຢູ່ສະຖານທູດໂບລີເວຍ ປະຈຳ Caracas, ພ້ອມທັງຮຽກຮ້ອງໃຫ້ບັນດາພາລະກອນດັ່ງກ່າວຕ້ອງອອກຈາກປະເທດອາຟະລິກາໃຕ້ນີ້ໃນຮອບເວລາ 72 ຊົ່ວໂມງ. ຕາມແຈ້ງການຂອງກະຊວງການຕ່າງປະເທດ ເວເນຊູເອລາ ແລ້ວ, ຂໍ້ຕົກລົງດັ່ງກ່າວກ່ຽວຂ້ອງເຖິງບົດບາດຂອງຜູ້ບັນຊາຂັ້ນສູງກຳລັງປະກອບອາວຸດໂບລີເວຍ ໃນການກໍ່ລັດຖະປະຫານເມື່ອວັນທີ 10 ພະຈິກ ຜ່ານມາ ຢູ່ໂບລີເວຍ, ກໍ່ຄືເລື່ອງຂຶ້ນກຳອຳນາດບໍລິຫານຂອງລັດຖະບານຂະໜານນາມເອງຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ