ເສດຖະກິດ ອັງກິດ ຈະຊຸດໂຊມ 9,3% ຖ້າຫາກບໍ່ບັນລຸໄດ້ຂໍ້ຕົກລົງຖອນຕົວອອກຈາກ ອີຢູ

(VOVWORLD) - ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ອັງກິດ ຈະຊຸດໂຊມ 9,3% ເມື່ອທຽບໃສ່ລະດັບປັດຈຸບັນໃນຮອບເວລາ 15 ປີຈະມາເຖິງ ຖ້າຫາກ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ), ຫຼື ເອີ້ນວ່າ Brexit, ໂດຍບໍ່ມີຂໍ້ຕົກລົງຈະແຈ້ງລະຫວ່າງ 2 ຝ່າຍ. 
ເສດຖະກິດ ອັງກິດ ຈະຊຸດໂຊມ 9,3% ຖ້າຫາກບໍ່ບັນລຸໄດ້ຂໍ້ຕົກລົງຖອນຕົວອອກຈາກ ອີຢູ - ảnh 1 ກອງປະຊຸມຂອງສະພາແຫ່ງຊາດ ອັງກິດ ຢູ່ ລອນດອນ ພາບ: AFP/TTXVN  

ນັບທັງໃນກໍລະນີບັນລຸໄດ້ຂໍ້ຕົກລົງ, ພື້ນຖານເສດຖະກິດຂອງປະເທດນີ້ ຍັງຄົງຖືກເສຍຫາຍ. ນີ້ແມ່ນເນື້ອໃນທີ່ໄດ້ຍົກອອກມາໃນບົດລາຍງານຂອງບັນດານັກຊ່ຽວຊານ ເຊິ່ງໄດ້ປະກາດໃນວັນທີ 28 ພະຈິກ. ຕາມບົດລາຍງານດັ່ງກ່າວ, ຖ້າຫາກວ່າ ອັງກິດ ຍັງຄົງຮັກສາການຄ້າບໍ່ມີຮົ້ວກີດຂວາງກັບ ອີຢູ ແລະ ບໍ່ມີການປ່ຽນແປງກ່ຽວກັບຫຼັກການໄປມາຢ່າງເສລີລະຫວ່າງ ອັງກິດ ແລະ ອີຢູ, ພື້ນຖານເສດຖະກິດ ອັງກິດ ຈະແຄບເຂົ້າ 0,6%. ໃນຂະນະນັ້ນ, ຖ້າຫາກ ອັງກິດ ແລະ ອີຢູ ຮັກສາດ້ານການຄ້າບໍ່ມີຮົ້ວກີດຂວາງ ແຕ່ຢຸດຕິກົນໄກການໄປມາຢ່າງເສລີຂອງຜູ້ອອກແຮງງານ 2 ຝ່າຍ, GDP ຂອງ ອັງກິດ ຈະຫລຸດລົງ 2,1%.

ຕອບກັບ

ຂ່າວ/ບົດ​ອື່ນ