ເສດຖະກິດ ອັງກິດ ເຕີບໂຕຊ້າທີ່ສຸດໃນຮອບ 5 ປີມານີ້

(VOVWORLD) - ເສດຖະກິດ ອັງກິດ ພວມເຕີບໂຕຢູ່ໃນລະດັບຊ້າທີ່ສຸດໃນກ່ວາ 5 ປີມານີ້, ໃນຂະນະທີ່ ຜູ້ວ່າການທະນາຄານສູນກາງປະເທດນີ້ ທ່ານ Mark Carney ໄດ້ກ່າວເຕືອນວ່າ ຈະມີໄພອັນຕະລາຍຈາກວິວັດການຖ່າຍທອດ Brexit “ທີ່ຂາດຄວາມເປັນລະບຽບຮຽບຮ້ອຍ”.
ເສດຖະກິດ ອັງກິດ ເຕີບໂຕຊ້າທີ່ສຸດໃນຮອບ 5 ປີມານີ້ - ảnh 1(ພາບປະກອບ)

ຕາມຖະແຫຼງການໃນວັນທີ 25 ພຶດສະພາ ຂອງຫ້ອງການສະຖິຕິແຫ່ງຊາດ ອັງກິດ (ONS) ແລ້ວ, GDP ເຕີບໂຕຢູ່ໃນລະດັບອ່ອນດ້ອຍ 0,1% ໃນໄຕມາດ 1 ປີ 2018. ທ່ານ Pablo Shad ນັກຊ່ຽວຊານດ້ານເສດຖະກິດຂອງສູນຄົ້ນຄວ້າເສດຖະກິດ ແລະ ດຳເນີນທຸລະກິດ ຖືວ່າ: ໝາກຜົນດັ່ງກ່າວ ສ່ວນໜຶ່ງແມ່ນຍ້ອນສະພາບການຕະຫລາດພົບກັບຄວາມຫຍຸ້ງຍາກ, ພ້ອມກັນນັ້ນ ແມ່ນການກະທົບຈາກບາງປັດໄຈໄລຍະສັ້ນຄື: ການລົງທຶນ ແລະ ການໃຊ້ຈ່າຍຂອງຜູ້ບໍລິໂພກອຸປະໂພກຫລຸດລົງ. ນັກຊ່ຽວຊານຄົນດັ່ງກ່າວກໍ່ກ່າວເຕືອນວ່າສະພາບການເສດຖະກິດທີ່ມົວໝອງ ຫຼື ໄພຂາດສະຖຽນລະພາບກ່ຽວກັບ Brexit ອາດຈະເຮັດໃຫ້ການຫັນນະໂຍບາຍເງິນຕາຂອງທະນາຄານສູນກາງ ອັງກິດ ເປັນປົກກະຕິຖືກໂຈະໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ