ເສດຖະກິດພາກເອກະຊົນສວມບົດບາດສຳຄັນໃນພື້ນຖານເສດຖະກິດ

ເສດຖະກິດພາກເອກະຊົນສວມບົດບາດສຳຄັນໃນພື້ນຖານເສດຖະກິດ - ảnh 1
ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ປະ​ກອບ​ 40% ເຂົ້າ GDP

(vovworld) - ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ຂອ​ງ​ປະ​ເທດ​ຊາດ​ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ ຈາກ​ທັງ​ບັນ​ດາ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ ແລະ ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ລັດ​. ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ທີ່​ເວ​ທີ​ປາ​ໄສ “ບົດ​ບາດ​ຂອງ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຫວຽດ​ນາມ” ໂດຍ​ສະ​ຫະ​ພັນ​ບັນ​ດາ​ສະ​ມາ​ຄົມ​ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ ຫວຽດ​ນາມ ຈັດ​ຕັ້ງ​ໃນ​ວັນ​ທີ 4/10 ຢູ່​ຮ່າ​ໂນ້ຍ.  ຮ​ອງ​ສາດ​ສະ​ດາ​ຈານ, ​ປອ ເຈີ່ນ​ກິມ​ຈູງ, ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ ໄດ້​ປະ​ກອບ​ຄຳ​ເຫັນ​ວ່າ:

        “ເພື່ອ​ໃຫ້​ເສດ​ຖະ​ກິດ​ພາກ​ເອ​ກະ​ຊ​ົນ​ກາຍ​ເປັນ​ກຳ​ລັງ​ໜູນ​​ໃນ​ການພັດ​ທະ​ນາ​ຕ້ອງ​ປັບ​ປຸງ​ກົນ​ໄກ​ການ​ຕະຫຼາດ. ນີ້ແມ່ນ​ຈຸດ​ພື້ນ​ຖານ​ທີ່​ສຸດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ນີ້​ແມ່ນ​ທາດ​ແທ້​ຂອງ​ການ​ເຕີບ​ໂຕ. ເພີ່ມ​ລັກ​ສະ​ນະ​ກະ​ຈ່າງ​ແຈ້ງ, ປ່ຽນ​ໃໝ່​ບົດ​ບາດ​ຄຸ້ມ​ຄອງ​ຂອງ​ລັດ​ໂດຍ​ພື້ນ​ຖານ,  ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັກ​ປົກ​ກະ​ຕິ ແລະ ກວດ​ກາ, ລົບ​ລ້າງ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ລົງ​ທຶນ. ສືບ​ຕໍ່​​ປະ​ຕິ​ຮ​ູບ​ວິ​ສາ​ຫະ​ກິດ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ, ກາງ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່, ເພີ່ມ​ທະ​ວີ​ຄວາມ​ເປັນ​ເອ​ກະ​ພາບ​ດ້ານກົດ​ໝາຍ.”


ຂ່າວ/ບົດ​ອື່ນ