ເສດຖະກິດຫວຽດນາມ2017ສືບຕໍ່ເຕີບໂຕເປັນປົກກະຕິ

ເສດຖະກິດຫວຽດນາມ2017ສືບຕໍ່ເຕີບໂຕເປັນປົກກະຕິ - ảnh 1
(ພາບປະກອບ)

(vovworld) – ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ “​ແງ່​ຫວັງ​ເສດຖະກິດ​ປີ 2017” ​ໂດຍ​ສະ​ໂມ​ສອນ​ຜູ້ອຳນວຍການ​ບໍລິຫານ​ນະຄອນ ​ໂຮ່ຈີ​ມິນ (CEO - CLUB) ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 11/11. ບັນດາ​ນັກ​ຊ່ຽວຊານ​ດ້ານເສດຖະກິດ​ຖື​ວ່າ: ປີ 2017 ​ເສດຖະກິດ ຫວຽດນາມ ຈະ​ສືບ​ຕໍ່​ເຕີບ​ໂຕ​ເປັນ​ປົກກະຕິ. ​ໃນ​ນັ້ນ ຫວຽດນາມ ຄວນ​ເອົາ​ໃຈ​ໃສ່​ຍົກ​ສູງ​ສະມັດຕະພາບ​ການ​ອອກ​ແຮງ​ງານ ​ເພາະ​ປະຈຸ​ບັນ​ພວມ​ຕ່ຳ​ກ່ວາ​ເມື່ອ​ທຽບ​ໃສ່​ຫລາຍ​ປະ​ເທດ​ໃນ​ພາກ​ພື້ນ; ນະຄອນ ​ໂຮ່ຈີ​ມິນ ຄວນ​ຍູ້​ແຮງ​ພື້ນຖານ​ໂຄງ​ລ່າງ ​ເພື່ອ​ດຶງ​ດູດ​ການ​ລົງທຶນ, ສ້າງ​ທ່າ​ພັດທະນາ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ ຫງວຽນ​ທິຮົ່ງ ຮອງຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ຢືນຢັນ​ວ່າ:

        “ທະນາຄານ​ແຫ່ງ​ລັດ​ຢືນຢັນວ່າ​ປີ​ນີ້ ​ແລະ ປີ 2017 ຈະ​ບໍລິຫານ​ເງິນຕາ​ໃຫ້​ຢຶດໝັ້ນ​ກັບ​ຈຸດໝາຍຄວບຄຸມ​​ໄພ​ເງິນ​ເຟີ້, ​ຮັກສາເສດຖະກິດ​ມະຫາ​ພາກ​​ເປັນ​ປົກກະຕິ, ປະຕິບັດ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ການ​ເຕີບ​ໂຕ​ເສດຖະກິດ​ໃຫ້​ເໝາະ​ສົ​ມ, ​ແຕ່​ກໍ່​ຕ້ອງ​ມີຄວາມ​ລະມັດ​ລະວັງ​ກັບ​ໄພ​ເງິນ​ເຟີ້. ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄວາມ​ສະຖຽນ​ລະ​ພາບ, ຄວາມປອດ​ໄພ​​ໃນການ​ເຄື່ອນ​ໄຫວ​ຂອງລະບົບ​ທະນາຄານ”.

ຂ່າວ/ບົດ​ອື່ນ