ເສດຖະກິດເອກະຊົນແມ່ນໄມ້ງັດໃຫ້ແກ່ປະເທດຫວຽດນາມວັດທະນາຖາວອນ
(VOVWORLD) - ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ມະຕິສະບັບອອກໃນເວລາທີ່ຈະມາເຖິງຂອງກົມການເມືອງກ່ຽວກັບເສດຖະກິດພາກເອກະຊົນຕ້ອງສຸມໃສ່ປະຕິບັດບາງມາດຕະການ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ (ພາບ: VOV) |
ໃນບົດຂຽນລົງໃນວັນທີ 17 ມີນາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຢັ້ງຢືນວ່າ ຜົນສຳເລັດລວມຂອງປະເທດພາຍຫຼັງເວລາເກືອບ 40 ປີແຫ່ງການປ່ຽນແປງໃໝ່ຕ້ອງມີການປະກອບສວ່ນສຳຄັນຂອງ ເສດຖະກິດພາກເອກະຊົນ. ຂົງເຂດເສດຖະກິດເອກະຊົນໄດ້ ແລະ ພວມກາຍເປັນກຳລັງສຳຄັນທີ່ສຸດເພື່ອຊຸກຍູ້ການເຕີບໂຕເສດຖະກິດແຫ່ງຊາດ. ພື້ນຖານເສດຖະກິດທີ່ມີຄວາມເຂັ້ມແຂງບໍ່ພຽງແຕ່ອີງຕາມພາກລັດ ຫຼື ການລົງທຶນຈາກຕ່າງປະເທດໄດ້ ຫາກຍັງຕ້ອງອີງຕາມກຳລັງພາຍໃນ ແມ່ນພາກເອກະຊົນທີ່ເຂັ້ມແຂງ, ສວມບົດບາດຫຼັກແຫຼ່ງໃນການປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດ. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ເສດຖະກິດພາກເອກະຊົນມີການປະກອບສ່ວນຫຼາຍກ່ວາອີກ, ບຸກທະລຸກ່ຽວກັບຂອບຂະໜາດ ແລະ ມີຄວາມສາມາດບົ່ມຊ້ອນໃນການແກ້ງແຍ້ງ, ຫວຽດນາມຕ້ອງສືບຕໍ່ມີການປະຕິຮູບບຸກທະລຸກ່ຽວກັບລະບອບລະບຽບການ, ນະໂຍບາຍ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.
ບົນຈິດໃຈນັ້ນ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ມະຕິສະບັບອອກໃນເວລາທີ່ຈະມາເຖິງຂອງກົມການເມືອງກ່ຽວກັບເສດຖະກິດພາກເອກະຊົນຕ້ອງສຸມໃສ່ປະຕິບັດບາງມາດຕະການລວມມີ: ສືບຕໍ່ຍູ້ແຮງການບູລະນະລະບອບລະບຽບການເສດຖະກິດການຕະຫຼາດຢ່າງຄົບຖວ້ນ, ຕາມການກຳນົດທິດສັງຄົມນິຍົມ, ທັນສະໄໝ, ມີຄວາມຂະຫຍັນຂັນເຄື່ອນ ແລະ ການເຊື່ອມໂຍງ; ປົກປ້ອງສິດຊັບສິນ, ກຳມະສິດ, ສິດເສລີໃນການດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ຮັບປະກັນການປະຕິບັດສັນຍາຂອງວິສາຫະກິດເອກະຊົນ.