ເສີມຂະຫຍາຍຄຸນຄ່າ ເຂດປູສະນີຍະສະຖານ ປະຫວັດສາດແຫ່ງຊາດ ພິເສດເຕີນຈ່າວ


ເສີມຂະຫຍາຍຄຸນຄ່າ ເຂດປູສະນີຍະສະຖານ ປະຫວັດສາດແຫ່ງຊາດ ພິເສດເຕີນຈ່າວ - ảnh 1
ເຂດປູ​ສະ​ນີຍະສະ​ຖານ​​ເຕີນ​ຈ່າວ

 (ພາບ: baomoi.com)

(vovworld)- ​ ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ້ດຶກ​ດາມ ຫາ​ກໍ່​ເຊັນ​ອະນຸມັດ​ໜ້າ​ທີ່​ວາງ​ແຜນ​​ກຳນົດສັງ​ລວມ​ຮັກສາ, ປະຕິສັງຂອນ, ຟື້ນ​ຟູ ​ແລະ ​ເສີມ​ຂະຫຍາ​ຍຄຸນຄ່າ​ເຂດປູ​ສະ​ນີຍະສະ​ຖານ​ປະຫວັດສາດ​ແຫ່ງ​ຊາດ​ພິ​ເສດ​ເຕີນ​ຈ່າວ-​ແຂວງ​ຕວຽນ​ກວາງ ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ເຖິງ​ປີ 2025. ​ແຜນ​ກຳນົດ​ດັ່ງກ່າວ​ເພື່ອ​ແນ​ໃສ່​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ປະຫວັດສາດ​ຂອງ​ຊາດ ​ໂດຍ​ຜ່ານ​​ເຂດປູ່ສະ​ນີຍະສະ​ຖານ ​ເພື່ອ​ສຶກສາ​ອົບຮົມ​ມູນ​ເຊື້ອ​ຮັກ​ຊາດ, ຮັບ​ໃຊ້​ການຄົ້ນຄ້ວາ​ວິທະຍາສາດ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຊີວິດ​ວັດທະນະທຳ​ຂອງ ປຊຊ, ປະກອບສ່ວນ​ພັດທະນາ​ເສດຖະກິດ​ສັງຄົມ, ວັດທະນະທຳ​ທ່ອງ​ທ່ຽວ, ລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່ ປຊຊ ​ເຂດ​ຖານ​ທີ່​ໝັ້ນປະຕິວັດ​ເຕີນ​ຈ່າວ ​ເວົ້າສະ​ເພາະ, ​ແຂວງ​ຕວຽນກວາງ ​ແລະ ​ເຂດ​ອ້ອມ​ຂ້າງ​ເວົ້າລວມ.

   ​ໃນຊຸ​ມປີ​ມໍ່​ໆ​ມາ​ນີ້, ​ເພື່ອ​ເສີມ​ຂະຫຍາຍຄຸນຄ່າປູ​ສະ​ນີຍະສະ​ຖານ​ປະຫວັດສາດ​ແຫ່ງ​ຊາດ​ພິ​ເສດ​ເຕີນ​ຈ່າວ, ​ແຂວງ​ຕວຽນ​ກວາງ ​ໄດ້​ວາງ​ແຜນ​ກຳນົດ​ສັງ​ລວມ​ເຂດປູ​ສະ​ນີຍະສະ​ຖານ​ປະຫວັດສາດ​ແຫ່ງ​ຊາດ​ພິ​ເສດ​ເຕີນ​ຈ່າວ​ ​ເພື່ອ​ກຳນົດ​ທິດ​ເຖິງ​ປີ 2020. ທັງ​ແຂວງ​ໄດ້​ລົງທຶນ​ເປັນ​ຈຳນວນ​ເງິນ​ກ່ວາ 4,7 ຕື້​ດົ່ງ​ເພື່ອ​ປະຕິສັງຂອນ​ເກັບ​ກຳ​ບັນດາ​ເອກະສານ​ວັດຖຸ​ພັນ​ປະຫວັດສາດ​ປະຕິວັດ ​ເພື່ອ​ນຳ​ມາ​ວາງສະ​ແດງ​ຢູ່​ຫໍພິພິທະ​ພັນ​ເຕີນ​ຈ່າວ. ນັບ​ແຕ່​ຕົ້ນປີ​ມາ​ນີ້, ​ເຂດປູ​ສະ​ນີຍະສະ​ຖານ​ປະຫວັດສາດ​ແຫ່ງ​ຊາດ​ພິ​ເສດ​ເຕີນ​ຈ່າວ ​ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ເກືອບ 600.000 ​ເທື່ອ​ຄົນ​ມາ​ຢ້ຽ​ມຊົມ, ທັດສະນະ​ສຶກສາ, ກວມ​ເອົາ 75% ຈຳນວນ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ທັດສະນະ​ສຶກສາ​ຢູ່​ແຂວງ​ຕວຽນ​ກວາງ./.

ຂ່າວ/ບົດ​ອື່ນ