ເສີມຂະຫຍາຍບົດບາດ ຂອງແມ່ຍິງຫວຽດນາມ ອາໄສຢູ່ຕ່າງປະເທດ

ເສີມຂະຫຍາຍບົດບາດ ຂອງແມ່ຍິງຫວຽດນາມ ອາໄສຢູ່ຕ່າງປະເທດ - ảnh 1
ການປະຊຸມຂ່າວກ​ອງປະຊຸມ​ແມ່ຍິງ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ
(ພາບ: tgvn.com.vn)


(vovworld) - ​ໃນ​ລະຫວ່າງ​ວັນ​ທີ 18 – 23/11, ຢູ່​ຮ່າ​ໂນ້ຍ ​ໄດ້​ດຳ​​ເນີນ​ກ​ອງປະຊຸມ​ແມ່ຍິງ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ດ້ວຍ​ຫົວ​ຂໍ້​ວ່າ “​ເສີມ​ຂະຫຍາຍ​ບົດບາດ ​ແລະ ຄວາມ​ສາມາດ​ຂອງ​ແມ່ຍິງ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການພັດທ​ະນາ​ປະຊາ​ຄົມ ​ແລະ ປະ​ເທດ​ຊາດ”. ​ເອື້ອຍ ຟ້າ​ມ​ແທງ​ຊວນ, ຫົວ​ໜ້າ​ຄະນະ​ແມ່ຍິງ ​ແລະ ​ເດັກນ້ອຍ​ຂອງ​ສະມາ​ຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍ, ຫົວໜ້າ​ຄະນະ​ຜູ​້​ແທນ​ແມ່ຍິງ​ຫວຽດນາມ​ເຂົ້າ​ຮ່ວມກອງ​ປະຊຸມ ​ໃຫ້​ຮູ້​ວ່າ.

        “ສະມາຊິກ​ຂອງ​ຄະນະ​ຜູ້​ແທນແມ່ຍິງຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ບັນດາ​ແມ່ຍິງທີ່​ດີ​ເດັ່ນ ມີ​ການ​ເຄື່ອນ​ໄຫວ​​ໄດ້ດີ​ຫຼາຍ​ຢ່າງ​ຄື​ ເບິ່ງ​ແຍງ​ດູ​ແລ, ລ້ຽງ​ດູ​ລູກ​​ແຂງ​​ແຮງ, ສິດສອນ​ລູກ​ຮູ້​ຄວາມ; ​ເປັນ​ແບບຢ່າງ​ໃນ​ການ​ດຳລົງ​ຊີວິດ​ໃນ​ຄອບຄົວ; ຕັ້ງໜ້າ​​ເຂົ້າ​ຮ່ວມ​ວຽກ​ງານ​ສັງຄົມ, ​ເຂົ້າ​ຮ່ວມ​ບັນດາ​ວຽກ​ງານ​ຂອງສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍ. ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຄັ້ງ​ນີ້ ຍັງມີ​ບັນດາ​ເອື້ອຍ​ນ້ອງ​ທີ່ເຂົ້າ​ຮ່ວມ​ວຽກ​ງານ​ສັງຄົມຢ່າງ​ຕັ້ງໜ້າ ​ບໍ່​ພຽງ​ແຕ່​ຢູ່​ສະຫະພັນ​ລັດ​ເຊຍ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ບັນດາ​ປະ​ເທດ​ອື່ນ​ອີກ​ດ້ວຍ.”

ຂ່າວ/ບົດ​ອື່ນ