ເສີມຂະຫຍາຍບົດບາດຂອງສະມາຊິກລັດຖະສະພາໜຸ່ມໃນການຫັນເປັນດີຈີຕອນ, ນະວັດຕະກຳ ແລະ ເລີ່ມດຳເນີນທຸລະກິດ

(VOVWORLD) - ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ສືບຕໍ່ດຳເນີນດ້ວຍ 2 ວາລະປະຊຸມປຶກສາຫາລືຫົວເລື່ອງສະເພາະ, ລວມມີ: ການຫັນເປັນດີຈີຕອນ; ນະວັດຕະກໍາ ແລະ ເລີ່ມດຳເນີນທຸລະກິດ.
ເສີມຂະຫຍາຍບົດບາດຂອງສະມາຊິກລັດຖະສະພາໜຸ່ມໃນການຫັນເປັນດີຈີຕອນ, ນະວັດຕະກຳ ແລະ ເລີ່ມດຳເນີນທຸລະກິດ - ảnh 1ວາລະປຶກສາຫາລືຫົວຂໍ້ກ່ຽວກັບການຫັນເປັນດີຈີຕອນ
(ພາບ: TTXVN)

            ພາຍຫຼັງທີ່ກອງປະຊຸມຖືກໄຂຂຶ້ນໃນຕອນເຊົ້າວັນທີ 15 ກັນຍາ, ຢູ່ຮ່າໂນ້ຍ, ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ສືບຕໍ່ດຳເນີນດ້ວຍ 2 ວາລະປະຊຸມປຶກສາຫາລືຫົວເລື່ອງສະເພາະ, ລວມມີ: ການຫັນເປັນດີຈີຕອນ; ນະວັດຕະກໍາ ແລະ ເລີ່ມດຳເນີນທຸລະກິດ.

          ທີ່ວາລະປຶກສາຫາລືຫົວຂໍ້ກ່ຽວກັບການຫັນເປັນດີຈີຕອນ, ບັນດາຜູ້ແທນໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບການສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ ເພື່ອຊຸກຍູ້ວິວັດການຫັນເປັນດີຈີຕອນ ເພື່ອເພີ່ມທະວີໂອກາດພັດທະນາແບບຍືນຍົງ; ແບ່ງປັນບົດຮຽນ, ຄວາມຄືບໜ້າທີ່ບັນລຸໄດ້ໃນການຫັນການເຄື່ອນໄຫວຂອງລັດຖະສະພາເປັນດີຈີຕອນ. ກ່ຽວກັບບັນຫານີ້, ທ່ານນາງ ຂັດຕິຢາ ສະຫວັດດີພົນ,  ຜູ້ຕາງໜ້າຄະນະສະມາຊິກລັດຖະສະພາ ໄທໃຫ້ຮູ້ວ່າ:

          “ຢູ່ ໄທ, ພວກຂ້າພະເຈົ້າໄດ້ສົ່ງເສີມປະຊາຊົນ, ໂດຍສະເພາະແມ່ນປະຊາຊົນຢູ່ເຂດຊົນນະບົດ, ນໍາໃຊ້ເຕັກໂນໂລຊີດີຈີຕອນເພື່ອຍົກສູງຄຸນນະພາບການດຳລົງຊີວິດ. ຂ້າພະເຈົ້າຄິດວ່າ, ທໍາອິດ, ພວກເຮົາຕ້ອງສະໜອງໃຫ້ປະຊາຊົນກ່ຽວກັບພື້ນຖານໂຄງລ່າງດ້ານເຕັກນິກດີຈີຕອນ. ຖັດຈາກນັ້ນ, ສະໜອງແຫຼ່ງຂໍ້ມູນ,  ຄວາມຮູ້ ເພື່ອໃຫ້ເຂົາເຈົ້າຮູ້ວິທີການນໍາໃຊ້ເຕັກໂນໂລຊີດີຈີຕອນໃນວຽການ, ການຮ່ຳຮຽນ.”

          ທີ່ວາລະປຶກສາຫາລືກ່ຽວກັບນະວັດຕະກຳ ແລະ ເລີ່ມດຳເນີນທຸລະກິດ, ບັນດາຜູ້ແທນໄດ້ສຸມໃສ່ບັນດາບັນຫາຕົ້ນຕໍ, ຄື: ສ້າງລະບອບລະບຽນການ, ນະໂຍບາຍໃນການຊຸກຍູ້ນະວັດຕະກຳ ແລະ ເລີ່ມດຳເນີນທຸລະກິດໃຫ້ສົມບູນແບບ ເພື່ອເປັນກຳລັງໜູນໃຫ້ແກ່ການພັດທະນາກວມລວມ ແລະ ຍືນຍົງ. ທ່ານນາງ Maria Angelina, ສະມາຊິກສະພາແຫ່ງຊາດ Timor-Leste, ຖືວ່າ:

          “ໃນວຽກງານເພີ່ມທະວີຄວາມສາມາດດ້ານເຕັກໂນໂລຊີ ແລະ ນະວັດຕະກຳ, ຊັບພະຍາກອນມະນຸດແມ່ນປັດໄຈສຳຄັນທີ່ສຸດ. ຖ້າພວກເຮົາສຸມໃສ່ລົງທຶນພັດທະນາກຳລັງຊາວໜຸ່ມ, ເຂົາເຈົ້າຈະມີຄວາມຕັ້ງໜ້າ ແລະ ມີຫົວຄິດປະດິດສ້າງ ແລະ ຈະປະກອບສ່ວນຫຼາຍຢ່າງໃຫ້ແກ່ສັງຄົມ.

          ວັນທີ 16 ກັນຍາ, ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ສືບຕໍ່ດຳເນີນໄປດ້ວຍວາລະປະຊຸມສົນທະນາຄັ້ງທີ 3 ດ້ວຍຫົວຂໍ້ “ຊຸກຍູ້ການເຄົາລົບຄວາມເປັນຫຼາຍຮູບຫຼາຍແບບດ້ານວັດທະນະທຳ ເພື່ອການພັດທະນາແບບຍືນຍົງ”.

ຕອບກັບ

ຂ່າວ/ບົດ​ອື່ນ