ເສີມຂະຫຍາຍບົດບາດປະຈັນບານຂອງໄວໜຸ່ມເຂົ້າຮ່ວມພັດທະນາເສດຖະກິດສັງຄົມ

ເສີມຂະຫຍາຍບົດບາດປະຈັນບານຂອງໄວໜຸ່ມເຂົ້າຮ່ວມພັດທະນາເສດຖະກິດສັງຄົມ - ảnh 1
ໄວໜຸ່ມມີບົດບາດປະຈັນບານເຂົ້າຮ່ວມພັດທະນາເສດຖະກິດສັງຄົມ

(vovworld-)ຕອນ​ບ່າຍ​ວັນ​ທີ 19/10, ຢູ່​ແຂວງ​ຕວຽນ​ກວາງ, ຄະນະ​ບໍລິຫານ​ງານ​ອົງການ​ຊາວ​ໜຸ່ມ​ກະຊວງ​ຕຳຫຼວດ ​ແລະ ຄະນະ​ບໍລິຫານ​ງານ​ອົງການ​ຊາວ​ໜຸ່ມບັນດາ​ແຂວງ​ເຂດ​ພູດ​ອຍພາກ​ເໜືອ​ໄດ້​ພິທີ​ລົງ​ນາມ​ໃນ​ໂຄງການ​ສົມທົບ​ຊີ້​ນຳ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ບໍລິ​ເວນ ​ແນ​ໃສ​່ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ​ລະຫວ່າງ​ບັນດາ​ອົງການ​ຊາວ​ໜຸ່ມ ​ແລະ  ອົງການ​ຊາວ​ໜຸ່ມ​ກະຊວງ​ຕຳຫຼວດ , ກຳລັງ​ໄວ​ໜຸ່ມ​ໃນ​ບໍລິ​ເວນ​ເຂດ​ພູດ​ອຍພາກ​ເໜືອ. ທີ່​ພິທີ, ທ່ານ​ພົນ​ໂທ ດັ້ງ​ວັນ​ຮ້ຽວ ຮອງ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ​ໃຫ້​ຮູ້​ວ່າ :

       “ ຄວນ​ມີ​ແຜນການ​ລະອຽດ,​ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ​ເນື້ອ​ໃນ​ລາຍການ​ສຳລັບ​ແຕ່​ລະ​ອົງການ​ຊາວ​ໜຸ່ມ ​ແລະ ພະນັກງານ ສະມາຊິກ​ອົງການ​ຊາວ​ໜຸ່ມ​ແຕ່ລະຄົນ. ທີ 2 ບັນດາ​ອົງການ​ຊາວ​ໜຸ່ມ​ຄວນ​ຂະຫຍັນ​ຂັ່ນ​ເຄື່ອນ, ມີ​ຫົວ​ຄິດ​ປະດິ​ດສ້າງ, ປ່ຽນ​ໃໝ່​ດ້ານ​ເນື້ອ​ໃນ ​ແລະ ຮູບ​ການ, ມາດ​ຕະການ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ ​ເພື່ອ​ສ້າງ​ກຳລັງ​ດຶງ​ດູດ​ຊາວ​ໜຸ່ມ​ເຍົາວະ​ຊົນ ​ແລະ ປະຊາຊົນ​ເຂົ້າ​ຮ່ວມ​ຂະ​ບວນການ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ຜູກ​ແໜ້ນ​ບັນດາ​ການ​ເຄື່ອນ​ໄຫວປະຈັນບານ, ອາສາ​ສະໝັກ​ຂອງ​ຊາວ​ໜຸ່ມ​ໃນ​ທຸກ​ຂົງ​ເຂດ​ກັບ​ການ​ກໍ່ສ້າງ ​ແລະ ພັດທະນາ​ຂະ​ບວນການ​ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ​ປະ​ເທດ​ຊາດ” 

ຂ່າວ/ບົດ​ອື່ນ