ເຫດຍິງປືນຢູ່ ອັງກິດ ເຮັດໃຫ້ຫລາຍຄົນຮັບບາດເຈັບ

(VOVWORLD) - ຢ່າງໜ້ອຍສຸດມີ 10 ຄົນຮັບບາດເຈັບ ແລະ ຕ້ອງເຂົ້າໂຮງໝໍ ພາຍຫລັງເກີດເຫດຍິງປືນໃນວັນທີ 12 ສິງຫາ ຢູ່ນະຄອນ Manchester, ພາກເໜືອປະເທດ ອັງກິດ.
ເຫດຍິງປືນຢູ່ ອັງກິດ ເຮັດໃຫ້ຫລາຍຄົນຮັບບາດເຈັບ - ảnh 1ສະຖານທີ່ເກີດເຫດຍິງປືນຢູ່ ອັງກິດ ພາບ: Sky News

ຕຳຫລວດທ້ອງຖິ່ນໃຫ້ຮູ້ວ່າ: 9 ຄົນ, ໃນນັ້ນມີເດັກນ້ອຍ 2 ຄົນຖືກຮັບບາດເຈັບ ແຕ່ບໍ່ເປັນອັນຕະລາຍຕໍ່ຊີວິດອີນຊີ. ປັດຈຸບັນ ຕຳຫລວດ ອັງກິດ ພວມມານະພະຍາຍາມຢັ້ງຢືນຢ່າງຊັດເຈນສະຖານທີ່ເກີດເຫດດັ່ງກ່າວ ແລະ ບັນດາເປົ້າໝາຍທີ່ກໍ່ໃຫ້ເກີດເຫດບຸກໂຈມຕີນີ້. ຕຳຫລວດກໍ່ໄດ້ເພີ່ມທະວີກຳລັງລາດຕະເວນຢູ່ນະຄອນ Manchester ໃນຊຸມວັນຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ