ເຫດຍິງປືນໃສ່ກັນເຮັດໃຫ້ຫຼາຍຄົນຮັບບາດເຈັບແລະເສຍຊີວິດຢູ່ເຂດຊາຍແດນອິນເດຍ-ປາກິດສະຖານ

(VOVWORLD) -ວັນທີ 15 ສິງຫາ, ກອງທັບປາກິດສະຖານ ໃຫ້ຮູ້ວ່າ, ໄດ້ເກີດເຫດຍິງປືນຜ່ານເຂດຄວບຄຸມ (LoC) ຢູ່ເຂດ Kashmir ທີ່ພວມເກີດການຂັດແຍ້ງກັນລະຫວ່າງປະເທດນີ້ ແລະ ອິນເດຍ.

ໃນສື່ສັງຄົມອອນລາຍ Twitter, ໂຄສົກກອງທັບປາກິດສະຖານ, ພົນຈັດຕະວາ Asif Ghafoor ໃຫ້ຮູ້ວ່າ, ບັນດາກຳລັງຂອງອິນເດຍ ໄດ້ຍິງປືນໃສ່ລຽບຕາມເຂດຊາຍແດນທີ່ມີການຂັດແຍ້ງດັ່ງກ່າວ. ຕາມເຈົ້າໜ້າທີ່ຜູ້ດັ່ງກ່າວແລ້ວ, ເຫດຍິງປືນໃສ່ກັນຍັງສືບຕໍ່ດຳເນີນ, ອັນໄດ້ເຮັດໃຫ້ຢ່າງໜ້ອຍສຸດມີນາຍທະຫານປາກິດສະຖານ 3 ຄົນ ແລະ ນາຍທະຫານອິນເດຍ 5 ຄົນເສຍຊີວິດ. ປະຈຸບັນ, ຝ່າຍອິນເດຍ ຍັງບໍ່ທັນໄດ້ສະແດງຄວາມຄິດເຫັນກ່ຽວກັບຂໍ້ມູນຂ່າວດັ່ງກ່າວນັ້ນເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ