ເຫດບຸກໂຈມຕີທາງອາກາດໃສ່ໂບດອິດສະລາມແຫ່ງໜຶ່ງຢູ່ຊີຣີເຮັດໃຫ້ມີຜູ້ເສຍຊີວິດນັບສີບໆຄົນ
(ພາບປະກອບ: Reuters)
(vovworld) - ຢ່າງໜ້ອຍສຸດກໍ່ມີ 42 ຄົນຖືກເສຍຊີວິດ ແລະ ຫຼຼາຍຄົນໄດ້ຮັບບາດເຈັບ ໃນບັນດາເຫດບຸກໂຈມຕີທາງອາກາດ ໃສ່ໂບດອິດສະລາມແຫ່ງໜຶ່ງຢູ່ພາກເໜືອຊີຣີ ໃນຄ່ຳຄືນວັນທີ 16/03. ຕາມຫົວໜ້າອົງການຕິດຕາມກວດກາສິດທິມະນຸດຊີຣີ (SOHR) ທ່ານ Abdel Rahman ແລ້ວ, ມີເຮືອບິນສູ້ຮົບຈຳນວນໜຶ່ງໄດ້ບຸກໂຈມຕີໃສ່ໂບດອິດສະລາມແຫ່ງໜຶ່ງ ຢູ່ບ້ານ Al Jineh, ເຊິ່ງຫ່າງຈາກນະຄອນ Aleppo ໄປທາງທິດຕາເວັນຕົກກວ່າ 30 ກມ. ບັນດາເຫດບຸກໂຈມຕີດັ່ງກ່າວໄດ້ເກີດຂຶ້ນກົງກັບເວລາສວດມົນຍາມກາງຄືນ. ຫົວໜ້າ SOHR ຢັ້ງຢືນວ່າ, ມີກວ່າ 100 ຄົນຖືກຮັບບາດເຈັບ, ມີຫຼາຍຄົນໃນຈຳນວນນັ້ນ ຍັງຖືກຕິດຄ້າງໃນເຮືອນຖືກພັງທະລາຍ. ບ້ານດັ່ງກ່າວຖືກພວກລຸກຮື້ຂຶ້ນ ແລະ ບັນດາກຸ່ມຊາວມຸດສະລິມຄວບຄຸມ.