ເຫດບຸກໂຈມຕີຢູ່ຝຣັ່ງເຮັດໃຫ້ປະມານ160ເສຍຊີວິດແລະຮັບບາດເຈັບ
ລົດຂົນສົງສືຂາວໃນສະຖານທີ່ເກີດເຫດ
(ພາບ: AFP)
(vovworld) – ວັນທີ 15/7, ວົງການເຈົ້າໜ້ທີ່ນະຄອນ Nice ໃຫ້ຮູ້ວ່າຢ່າງໜ້ອຍສຸດມີ 80 ຄົນເສຍຊີວິດ ແລະ ຫຼາຍຄົນຖືກຮັບບາດເຈັບ ຢູ່ເຂດຜັກຜ່ອນບຳລຸງສຸຂະພາບ Riverw ທີ່ນະຄອນ Nice ພາຍຫຼັງລົດຂົນສົ່ງຄັນໜຶ່ງຕ່ຳໃສ່ກຸ່ມຄົນຫາກໍ່ຊົມເບິ່ງລາຍການຍິງບັ້ງໄຟດອກ. ນັກຂ່າວຂອງສຳນັກຂ່າວສານ AFP ມີໜ້າຢູ່ສະຖານທີ່ເກີດເຫດໃຫ້ຮູ້ວ່າ: ໄດ້ເຫັນລົດຂົນສົ່ງສີຂາວຄັນໜຶ່ງແລ່ນດ້ວຍຄວາມໄວສູງຕ່ຳໃສ່ກຸ່ມຄົນທີ່ພວມຍ້າຍໄປພາຍຫຼັງຊົມລາຍການຍິງບັ້ງໄຟດອກ. ເຫດບຸກໂຈມຕີເກີດຂຶ້ນພາຍຫຼັງ ຝຣັ່ງ ຖະແຫຼງຈະບໍ່ຕໍ່ກຳນົດເວລາສະພາວະສຸກເສີນພາຍຫຼັງວັນທີ 26/7 ຈະມາເຖິງພຽງ 2 – 3 ຊົ່ວໂມງ, ສະພາວະສຸກເສີນນີ້ໄດ້ຮັບການປະກາດພາຍຫຼັງເຫດບຸກໂຈມຕີກໍ່ການຮ້າຍເມື່ອເດືອນ 11/2015 ຢູ່ນະຄອນຫຼວງ ປາຣີ ເຮັດໃຫ້ 130 ຄົນເສຍຊີວິດ. ຈາກນະຄອນທາງພາກໃຕ້ Avignon, ທ່ານປະທານາທິບໍດີ ຝຣັ່ງ Francois Hollande ໄດ້ກັບຄືນນະຄອນຫຼວງ ປາຣີ ໃນທັນທີ ເພື່ອຈັດກອງປະຊຸມດ່ວນແນໃສ່ປຶກສາຫາລືກ່ຽວກັບເຫດບຸກໂຈມຕີ. ໂຄສົກກະຊວງພາຍໃນ ຝຣັ່ງ Pierre Henry Brandet ໃຫ້ຮູ້ວ່າ: ຕົວການໄດ້ຖືກດຳຫຼວດຍິງຕາຍ. ຕາມໂຄສົກຜູ້ນີ້ແລ້ວ, ປະຈຸບັນວຽກງານສືບສວນພວມໄດ້ຮັບການດຳເນີນເພື່ອຊອກຮູ້ລາຍຊື່ຂອງຕົວການ ແລະ ພິຈາລະນາວ່າຕົວການເຄື່ອນໄຫວແຕ່ຜູ້ດຽວຫຼື ມີຄົນຊ່ວຍ.