ເຫດວາງລະເບີດຢ່າງລຽນຕິດຢູ່ອີຣັກ, ມີຜູ້ເສຍຊີວິດ ແລະ ບາດເຈັບກວ່າ 130 ຄົນ

ເຫດວາງລະເບີດຢ່າງລຽນຕິດຢູ່ອີຣັກ, ມີຜູ້ເສຍຊີວິດ ແລະ ບາດເຈັບກວ່າ 130 ຄົນ - ảnh 1
ເຫດ​ວາງ​ລະ​ເບີດ​ຢູ່​ນະຄອນຫຼວງແບກ​ແດດ
(ພາບ: AFP/TTXVN)


(vovworld) – ຢ່າງໜ້ອຍ​ຊຸດມີ 36 ຄົນ​ເສຍ​ຊີວິດ ​ແລະ 100 ຄົນ​ຖືກຮັບ​ບາດ​ເຈັບ​ໃນ​ບັນດາ​ເຫດ​ວາງ​ລະ​ເບີດທີ່​ເກີດ​ຂຶ້ນ​ຢ່າງ​ລຽນຕິດ​ຢູ່​ນະຄອນຫຼວງແບກ​ແດດ ຂອງ​ອີຣັກ ​ໃນ​ວັນ​ທີ 16/10. ວົງ​ການ​ຕຳຫຼວດ ​ແລະ ສາທາລະນະ​ສຸກ​ໃຫ້​ຮູ້​ວ່າ ​​ໄດ້​ເກີດ​ເຮັດ​ວາງ​ລະ​ເບີດ​​ລົດ​ໂອ​ໂຕ 4 ຄັ້ງ, ​ໃນນັ້ນ​ມີ​​ເຫດ​ວາງລະ​ເບີດ​ສະຫຼະ​ຊີບ ​ແລະ ​ເຫດຍິງ​ປືນ​ຄົກ​ໃສ່​ບັນດາ​ເຂດ​ທີ່​ມີ​ຊາວ​ມຸດ​ສະ​ລິ​ມນິກາຍ Shi’ite ພວມ​ດຳລົງ​ຊີວິດ​ຢູ່​ທາງທິດ​ເໜືອ​ນະຄອນຫຼວງ​ແບກ​ແດດ​ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດ​ວາງ​ລະ​​ເບີດ​ສະຫຼະ​ຊີ​ບຄັ້ງ​ທຳ​ອິດ​​ແນ​ໃສ່​ປ້ອມ​ກວດກາຂອງ​ກອ​ງທັບ​ອີຣັກ ຢູ່​ເມືອງ Talbiya, ທາງ​ທິດ​ເໜືອ​ແບກ​ແດດ, ​ເຮັດ​​ໃຫ້​ 9 ຄົນ​ເສຍ​ຊີວິດ ​ແລ​ະ 23 ຄົນ​ຖືກ​ຮັບ​ບາດ​ເຈັບ. ຫຼັງ​ຈາກ​ນັ້ນ 45 ນາທີ, ​​ເກີ​ດ​ເຫດ​ວາງ​ລະ​ເບີດ​​ລົດ​ໂອ​ໂຕ​ຢ່າງ​ລຽນ​ຕິດຢູ່​ເມືອງ al Dawlai ທິດຕາ​ເວັນ​ຕົກແບກ​ແດດ ​ເຮັດ​​ໃຫ້ຢ່າງ​ໜ້ອຍ​ຊຸດ 16 ຄົນ​ເສຍ​ຊີວິດ ​ແລະ 35 ຄົນ​ຖືກ​ບາດ​ເຈັບ. ຜູ້​ຖືກ​ເຄາະ​ຮ້າຍ​ສ່ວນ​ຫຼາຍ​ແມ່ນ​ສາມັນ​ຊົນ. ຕໍ​່ຈາກ​ນັ້ນ 2 – 3 ນາ​ທີ, ມີ​ລູກປືນ​ຄົກ​ໜ່ວຍ​ໜຶ່ງ​ຖືກ​ຍິງ​ໃສ່​ເມືອງ al Shaoula ຂອງ​ຊາວ Shi’ite ​ເຮັດ​​ໃຫ້ 5 ຄົນ​ເສຍ​ຊີວິດ ​ແລະ 21 ຄົນ​ຖືກ​ບາດ​ເຈັບ. ​ເຫດ​ວາງ​ລະ​ເບີດ​ດ້ວຍ​ລົດ​ໂຕ​ໂຕຄັ້ງ​ສຸດ​ທ້າຍເກີດ​ຂຶ້ນ​ຢູ່​ເມືອງ Hurriya ເຮັດ​​ໃຫ້ 6 ຄົນ​ເສຍ​ຊີວິດ ​ແລະ 14 ຄົນ​ຖືກ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ