ເຫດແຜ່ນດິນໄຫວຢູ່ຟິລິບປິນ: ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບເພີ່ມຂຶ້ນຢ່າງແຮງ

ເຫດແຜ່ນດິນໄຫວຢູ່ຟິລິບປິນ: ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບເພີ່ມຂຶ້ນຢ່າງແຮງ - ảnh 1
ເຫດແຜ່ນດິນໄຫວ​ກໍ່​ຄວາມ​ເສຍຫາຍ​ຢ່າງ​ໜັກໜ່ວງ​ກ່ຽວ​ກັບ​ຊີວິດ​ອິນ​ຊີ ​ແລະ ຊັບ​ສິນ
(ພາບ: congly.com.vn)

(vovworld) – ​ເຫດ​​ແຜ່ນດິນ​ໄຫວ​ມີ​ຄວາມ​ແຮງ 7,2 ອົງ​ສາຣິດ​ເຕີ ​ໄດ້​​ເຮັດ​ໃຫ້​ພາກ​ກາງຂອງ ຟິລິບ​ປິນ ສັ່ນ​ສະ​ເທືອ​ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/10, ​ກໍ່​ຄວາມ​ເສຍຫາຍ​ຢ່າງ​ໜັກໜ່ວງ​ກ່ຽວ​ກັບ​ຊີວິດ​ອິນ​ຊີ ​ແລະ ຊັບ​ສິນ. ຕາມ​ຕົວ​​ເລກ​ຫຼ້າ​ສຸດ, ຢ່າງ​ໜ້ອຍ​ສຸດ​ມີ 73 ຄົນ​ເສຍ​ຊີວິດ​ໃນ​​ເຫດ​ແຜ່ນດິນ​ໄຫວ​ນີ້.

    ນີ້​ແມ່ນ​ເຫດ​ແຜ່ນດິນ​ໄຫວ​​ແຮງ​ທີ່​ສຸດ​ຢູ່​ພາກ​ພື້ນ​ໃນ​ກ່ວາ 20 ປີຜ່ານມາ. ຄະນະ​ກຳມະການ​ຄຸ້ມ​ຄອງ ​ແລະ ຫຼຸດຜ່ອນ​ໄພພິບັດ​ທຳ​ມະ​ຊາດ ຟິລິບ​ປິນ ​ໃຫ້ຮູ້​ວ່າ: ຢູ່​ເກາະ Bohol ຢ່າງ​ໜ້ອຍ​ສຸດ​ມີ 69 ຄົນ​ເສຍ​ຊີວິດຍ້ອນ​ເຮືອນ​ຊານ​ພັງ​ທະລາ​ຍ ​ແລະ ດິນ​​ເສາະເຈືອ​ນ. ນອກ​ນັ້ນ, ຍັງ​ມີ​ປະມານ 269 ຄົນ​ຮັບ​​ບາ​ດ​ເຈັບ. ມີ​ກິດຈະກຳສະຖາ​ປັດ​ຕະຍາ​ກຳ​​ຫຼາຍ​ແຫ່ງ​ໃນ​ເກາະ Bohol ຖືກ​​ເສຍ​ຫາຍ​ຢ່າງ​ໜັກໜ່ວງ, ​ໃນ​ນັ້ນ​ມີ​ສຳນັກງານ​ອົງການ​ບໍລິຫານ​ເທດສະບານ ​ແລະ ​ໂບດ​ແຫ່ງ​ໜຶ່ງ, ມະຫາວິທະຍາ​ໄລ ​ແລະ ທ່າ​ກຳ່​ປັນ, ​ໂຮງໝໍ, ຕະຫຼາດ. ຄາດ​ວ່າ, ຈຳນວນ​ຜູ້​ເສຍ​ຊີວິດ​ອາດ​ຈະ​​ເພີ່ມ​ຂຶ້ນ.

ຂ່າວ/ບົດ​ອື່ນ