ເຫດແຜ່ນດິນໄຫວສືບຕໍ່ເກີດຂຶ້ນຢູ່ເນປານ: ກວ່າ 1.100 ຄົນຮັບບາດເຈັບ ແລະ ເສຍຊີວິດ

ເຫດແຜ່ນດິນໄຫວສືບຕໍ່ເກີດຂຶ້ນຢູ່ເນປານ: ກວ່າ 1.100 ຄົນຮັບບາດເຈັບ ແລະ ເສຍຊີວິດ - ảnh 1
(ພາບປະກອບ: toancanhbaochi.vn)

​(vovworld) – ຕາມກະຊວງພາຍໃນເນປານ ແລ້ວ, ຢ່າງໜ້ອຍສຸດມີ 37 ຄົນເສຍຊີວິດ ແລະ 1.129 ຄົນຮັບບາດເຈັບ ໃນເຫດແຜ່ນດິນໄຫວມີແຮງສັ່ນ​ສະ​ເທື່ອ​ນ 7,3 ຣິກເຕີ ເຊິ່ງເກີດຂຶ້ນໃນວັນທີ 12/05 ຢູ່ປະເທດນີ້. ຕາມ​ຕົວ​ເລກ​ສະຖິຕິ​ລ້າ​ສຸດ, ​ເຫດ​ແຜ່ນດິນ​ໄຫວ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 37 ຄົນ​ຢູ່​ເນ​ປານ ​ແລະ 17 ຄົນ​ຢູ່​ເຂດ​ຊາຍ​ແດນ​ທາງ​ທິດ​ເໜືອ​ອິນ​ເດຍ ຖືກ​ເສຍ​ຊີວິດ. ນອກ​ຈາກ​ນັ້ນ, ​ເຫດ​ແຜ່ນດິນ​ໄຫວ​ໄດ້​ເຮັດ​ໃຫ້​ເຮືອນ​ບາງ​ຫຼັງ​ຢູ່​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງທິ​​ເບ​ດ ຂອງຈີນ ​ຖືກ​ພັງຖະຫຼົ່ມ, ​ຢ່າງ​ໜ້ອຍ​ສຸດ 1 ຄົນ​ເສຍ​ຊີວິດ ​ແລະ 2 ຄົນ​ຮັບ​ບາດ​ເຈັບ. ຕາມ​ກະຊວງ​ພາຍ​ໃນ​ເນ​ປານ​ ແລ້ວ, ການ​ເຄື່ອນ​ໄຫວ​ຊອກ​ຫາ, ກູ້​ໄພ​ກູ້​ຊີບ​ພວມ​ໄດ້​ປະຕິບັດ​ຢູ່​ເມືອງ​ຕ່າງໆ​ທີ່​ຖືກ​ຜົນ​ສະທ້ອນ​ຈາກ​​ເຫດ​ແຜ່ນດິນ​ໄຫວຢ່າງໜັກໜ່ວງ​ທີ່​ສຸດ ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​​ເຮືອບິນ​​ເອລີກ​ອບ​ເຕີ.

ຂ່າວ/ບົດ​ອື່ນ