ເຫດໄຟໄໝ້ສາງນ້ຳມັນໃຫຍ່ທີ່ສຸດຢູ່ກຸຍບາ: ສາມາດຄວບຄຸມໄດ້ແລ້ວ

(VOVWORLD) - ປະເທດນີ້ສາມາດຄວບຄຸມໄຟໄໝ້ຢູ່ສາງບັນຈຸເຊື້ອເພີງຢູ່ອ່າວ Matanzas ໄດ້ແລ້ວ, ເຊິ່ງແມ່ນອັກຄີໄພດ້ານອຸດສາຫະກຳຮ້າຍແຮງທີ່ສຸດໃນປະຫວັດສາດຂອງປະເທດເກາະ Caribe ນີ້.
 
ເຫດໄຟໄໝ້ສາງນ້ຳມັນໃຫຍ່ທີ່ສຸດຢູ່ກຸຍບາ: ສາມາດຄວບຄຸມໄດ້ແລ້ວ - ảnh 1ຕຳຫຼວດດັບເພີງຢູ່ສະຖານທີ່ເກີດເຫດ (ພາບ: AFP/TTXVN)

ວັນທີ 12 ສິງຫາ, ລັດຖະບານ ກຸຍບາ ຖະແຫຼງວ່າ: ປະເທດນີ້ສາມາດຄວບຄຸມໄຟໄໝ້ຢູ່ສາງບັນຈຸເຊື້ອເພີງຢູ່ອ່າວ Matanzas ໄດ້ແລ້ວ, ເຊິ່ງແມ່ນອັກຄີໄພດ້ານອຸດສາຫະກຳຮ້າຍແຮງທີ່ສຸດໃນປະຫວັດສາດຂອງປະເທດເກາະ Caribe ນີ້. ໃນແຈ້ງການສະບັບໜຶ່ງທີ່ເອົາລົງໃນສື່ສັງຄົມອອນລາຍ Twitter, ທ່ານປະທານກຸຍບາ Miguel Diaz – Canel ໃຫ້ຮູ້ວ່າ: ເຫດການໄຟໄໝ້ສາມາດຄວບຄຸມໄດ້ໃນເວລາ 7 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ແລະ ຫລັງຈາກນັ້ນ, ມີນັກຊ່ຽວຊານດ້ານນິຕິເວດປະມານ 60 ທ່ານ ໄດ້ເຂົ້າໄປສະຖານທີ່ເກີດເຫດເພື່ອຊອກຫາຜູ້ສູນຫາຍ.

        ມາຮອດປະຈຸບັນ, ເຫດການໄຟໄໝ້ຢູ່ເຂດອຸດສາຫະກຳ Matanzas ມີຜູ້ເສຍຊີວິດ 6 ຄົນ, ຫາຍສາບສູນ 10 ຄົນ ແລະ ໄດ້ຮັບບາດເຈັບ 132 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ