ເອກ​ອັກຄະ​ລັດຖະທູດ ​ຫວຽດນາມປະຈຳ ​ອາ​ເມລິ​ກາຮຽກຮ້ອງການເຂົ້າຮ່ວມ ​ພັດທະນາ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ


ເອກ​ອັກຄະ​ລັດຖະທູດ ​ຫວຽດນາມປະຈຳ ​ອາ​ເມລິ​ກາຮຽກຮ້ອງການເຂົ້າຮ່ວມ ​ພັດທະນາ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ - ảnh 1
ທ່ານເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ອາ​ເມລິ​ກາ

(ພາບ: vietnamembassy-usa.org)

 (vovworld)- ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກອງ​ທຶນ​ກຸ່ມ P80 (P80 Group Foundation) ​ໂດຍ​ບັນດາ​ອະດີດ​ປະມຸກ​ລັດ​ຂອງ​ກ່ວາ 90 ປະ​ເທດ, ​ໃນ​ນັ້ນມີ​ທ່ານ​ອະດີດ​ປະທານາທິບໍດີ​ອາ​ເມລິ​ກາ Bill Clinton ​ເປັນ​ຜູ້​ກໍ່ຕັ້ງຮ່ວມ, ທ່ານ​ຫງວຽນ​ກວກ​ເກື່ອງ ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ ປະຈຳ​ອາ​ເມລິ​ກາ​ ຫາ​ກໍ່​ເຂົ້າຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ບັນດາ​ມາດ​ຕະການ​ທົ່ວ​ໂລກ​ກ່ຽວຂ້ອງ​ເຖິງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່​​ໃນ​ຖານະ​​ເປັນ​ນັກ​ປະຖະປະ​ຖາ.

  ກ່າວ​ຄຳ​ເຫັນ​ຕໍ່ໜ້າ​​ຜູ້ຕາງໜ້າບັນດາອົງການ​ປົກຄອງ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະ ບານ ​ແລະ ກອງ​ທຶນ​ລົງທຶນ​ອາ​ເມ​ລິ​ກາ, ທ່ານ​ເອກ​ອັກຄະ​ລັດຖະທູດຫງວຽນ​ກວກ​ເກື່ອງ ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ຂອງກອງ​ທຶນ​ກຸ່ມ P80 ​ແລະ ບັນດາ​ຄູ່​ຮ່ວມ​ມື​​ ໃນ​ຄວາມ​ມມານະ​ພະຍາຍາມ​ເຊື່ອມ​ຕໍ່​ການ​ໜູນ​ຊ່ວຍ​ໃຫ້​ແກ່​ການຖ່ອຍ​ຖອດ​ເຕັກ​ໂນ​ໂລ​ຊີ​ຂຽວ ​ແລະ ຍືນ​ຍົງ​ກັບ​ບັນດາ​ປະ​ເທດ​ພວມ​ພັດທະນາ, ​ໃນ​ນັ້ນມີ​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດຢືນຢັນ​ວ່າ: ການ​ຮ່ວມ​ມື​ພັດທະນາ​ແບບ​ຍືນ​ຍົງ​ຢູ່ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ແມ່ນ​ໜຶ່ງ​ໃນ​ບັນດາ​ ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ​ລັດຖະບານ​ຫວຽດນາມ. ​ເພື່ອ​ສືບ​ຕໍ່​ປະກອບສ່ວນ​ພັດທະນາ​ພາກ​ພື້ນ​ນີ້​ແບບ​ຍືນ​ຍົງ, ທ່ານ​ເອກ​ອັກຄະ​ລັດຖະທູດຫງວຽນ​ກວກ​ເກື່ອງ ຮຽກຮ້​ອງ​ບັນດາ​ວິ​ສາ​ຫະກິດ, ອົງການ​ຈັດຕັ້ງ ​ແລະ ບັນດາ​ມະຫາວິທະຍາ​ໄລ​ອາ​ເມ​ລິ​ກາ ຈົ່ງພ້ອມ​ກັນ​ເຂົ້າຮ່ວມ​ການຜັນ​ຂະຫຍາຍການ​ຮ່ວມ​ມື​ລະຫວ່າງ​ພາກລັດ-​ເອກະ​ຊົນ, ຮ່ວມ​ມື​ຄົ້ນຄ້ວາ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ​ແບ່ງປັນ​ຂໍ້​ມູນ ​ແລະ ບົດຮຽນ, ຖ່າຍຖອດ​ເຕັກ​ໂນ​ໂລ​ຊີ​ກ່ຽວຂ້ອງ​ເຖິງ​ແນວ​ພັນ​ປູກ​ທີ່​ໃຫ້ສະມັດ​ຕະພາບ​ສູງ…../.

 

ຂ່າວ/ບົດ​ອື່ນ