ເອກອັກຄະລັດຖະທູດລັດເຊຍປະຈຳຕວກກີຖືກລອບສັງຫານ

ເອກອັກຄະລັດຖະທູດລັດເຊຍປະຈຳຕວກກີຖືກລອບສັງຫານ - ảnh 1
​ເອກ​ອັກຄະ​ລັດຖະທູດ ລັດ​ເຊຍ ປະຈຳ ຕວກກີ ຖືກ​ລອບສັງຫານ
ທີ່​ງານ​ວາງ​ສະ​ແດງ​ຮູບ​ຖ່າຍ​ຢູ່​ນະຄອນຫລວງ Ankara
(ພາບ: Reuters)

(vovworld) – ​ ຕອນ​ຄ່ຳວັນ​ທີ 19/12 ​ເອກ​ອັກຄະ​ລັດຖະທູດ ລັດ​ເຊຍ ປະຈຳ ຕວກກີ ຖືກ​ລອບສັງຫານທີ່​ງານ​ວາງ​ສະ​ແດງ​ຮູບ​ຖ່າຍ​ຢູ່​ນະຄອນຫລວງ Ankara. ທ່ານ​ເອກ​ອັກຄະ​ລັດຖະທູດ ລັດ​ເຊຍ Andery Karlov ຖືກ​ຍິງ​ຕາຍ ​​ໃນ​ຄະນະ​ທີ່​ພວມ​ກ່າວປາ​ໄສໄຂ​ງານ​ວາງສະ​ແດງ​ຮູບ​ພາບ​ດ້ວຍ​ຫົວ​ຂໍ້​ວ່າ “ປະ​ເທດ​ ລັດ​ເຊຍ ຜ່ານ​ສາຍຕາ​ຊາວ ຕວກກີ” ​ເຊິ່ງ​ໄດ້​ຈັດ​ຕັ້ງ​ຢູ່​ຫ້ອງ​ວາງສະ​ແດງ​ສິລະ​ປະ​ທີ່​ນະຄອນ Ankara. ມື​ປືນ​ທີ່​ລອບ​ສັງຫານ​ທ່ານເອກ​ອັກຄະ​ລັດຖະທູດ​ ລັດ​ເຊຍ ນັ້ນຖືກ​ກຳລັງປະຕິບັດ​ໜ້າ​ທີ່​ພິ​ເສດຂອງ ຕວກ​ກີ ປິດ​ລ້ອມ ​ແລະ ຍິງ​ຕາຍ. ມື​ປືນ​ມີ​ຊື່ວ່າ Mevlut Mert Altintas ​ເຄີຍ​ເປັນ​ສະມາຊິກ​​ໃນ​ກຳລັງ​ຕຳຫລວດ​ຕ້ານການຈະລາຈົນ Ankara.

        ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ທ່ານ Maria Zakharova ​ໄດ້ກ່າວ​ປະນາມ​ໃນ​ທັນທີ​ອອກສຽງ​ຖື​ນີ້ ​ແມ່ນ​ການ​ກະທຳ​ກໍ​ການ​ຮ້າຍ ​ແລະ ​ໃຫ້​ຮູ້​ວ່າ ລັດ​ເຊຍ ຈະ​ຍື່ນ​ສະ​ເໜີ​ເຫດການ​ດັ່ງກ່າວ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ. ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ຖື​ວ່າ: ​ເຫດ​ການລອບ​ສັງຫານ​ເອກ​ອັກຄະ​ລັດຖະທູດ ລັດ​ເຊຍ ຢູ່ ຕວກກີ ​ແມ່ນ​ການ​ກະທຳ​ເກາະ​ຜິດ ​ເພື່ອ​ແນ​ໃສ່​ທຳລາຍ​ຄວາມ​ມານະ​ພະຍາຍາມ​ຫັນ​ການ​ພົວພັນ​ລະຫວ່າງ ມົດ​ສະ​ກູ ​ແລະ Ankara ​ເປັນ​ປົກກະຕິ, ກໍ່​ຄື​ທຳ​ລາຍ​ວິວັດ​ທະນາການ​ສັນຕິພາບ​ຢູ່ ຊີຣີ.

ຂ່າວ/ບົດ​ອື່ນ