ເອກອັກຄະລັດຖະທູດລາວປະຈຳຫວຽດນາມຮ່ວມພິທີໄຕ້ທູບທຽນເນື່ອງໃນວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດຄົບຮອບ 73 ປີຢູ່ແຂວງ ເຫງະອານ

(VOVWORLD) -ໃນປະຫວັດສາດແຫ່ງການພົວພັນສາກົນ, ແຕ່ອະດິດມາເຖິງປະຈຸບັນ, ສາຍພົວພັນລະຫວ່າງລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ແມ່ນສາຍພົວພັນແບບພິເສດມີໜຶ່ງດຽວໃນໂລກ
ເອກອັກຄະລັດຖະທູດລາວປະຈຳຫວຽດນາມຮ່ວມພິທີໄຕ້ທູບທຽນເນື່ອງໃນວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດຄົບຮອບ 73 ປີຢູ່ແຂວງ ເຫງະອານ - ảnh 1(ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ພ້ອມດ້ວຍຄະນະນຳ ເຂົ້າຮ່ວມພິທີໄຕ້ທູບທຽນ)

ຕາມການເຊື້ອເຊີນຂອງສະມາຄົມມິດຕະພາບຫວຽດນາມ-ລາວ.ໃນລະຫວ່າງວັນທີ 18-19 /07/2020 ທ່ານ ແສງເພັດ  ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະນຳ ແລະ ພະນັກງານຈຳນວນໜຶ່ງໄດ້ ເຂົ້າຮ່ວມພິທີໄຕ້ທູບທຽນເນື່ອງໃນວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ຄົບຮອບ 73 ປີ (27/07/1949 - 27/07/2020) ຢູ່ສຸສານສາກົນ ຫວຽດ-ລາວ ເມືອງ ແອງເຊິນ,  ແຂວງ ເຫງະອານ. 

         ໃນພິທີ ທ່ານ ແສງເພັດ  ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ທູບທຽນສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ນັກຮົບທີ່ເສຍສະຫຼະຊີວິດເພຶ່ອພາລະກິດປະຕິວັດຂອງປະຊາຊົນລາວ ແລະ ຫວຽດນາມ ທັງໄດ້ກ່າວວ່າ: ໃນປະຫວັດສາດແຫ່ງການພົວພັນສາກົນ, ແຕ່ອະດິດມາເຖິງປະຈຸບັນ, ສາຍພົວພັນລະຫວ່າງລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ແມ່ນສາຍພົວພັນແບບພິເສດມີໜຶ່ງດຽວໃນໂລກ, ເປັນການພົວພັນທີ່ສະໜິດແໜ້ນໝັ້ນຄົງ, ບໍລິສຸດຜຸດຜ່ອງ, ໃສແຈ້ງ ແລະ ມີປະສິດທິຜົນ ລະຫວ່າງສອງຊາດໄດ້ສ້າງຂຶ້ນ ແລະ ຖະນຸຖະໜອມຜ່ານຂະບວນການຮ່ວມສຳພັນສູ້ຮົບທີ່ເສຍສະຫຼະຊີວິດເລືອດເນື້ອ ບໍ່ຮູ້ຈັກວ່າເທົ່າໃດລຸ້ນຄົນຮ່ວມຕໍ່ສູ້ເພື່ອຄວາມເປັນເອກະລາດ, ເສລີພາບ ແລະ ສັງຄົມທີ່ກ້າວໜ້າຂອງສອງປະເທດ.

ດ້ວຍຜົນງານ ແລະ ຄຸນງາມຄວາມດີທີ່ບັນດານັກຮົບໄດ້ສ້າງມານັ້ນ, ພວກເຮົາເປັນຄົນຮຸ້ນຫຼັງຂໍຈາລຶກບຸນຄຸນ, ຜົນງານ, ຄຸນງາມຄວາມດີທີ່ບັນດານັກຮົບໄດ້ສ້າງໄວ້ໃຫ້ຍືນຍົງຕະຫຼອດໄປ ແລະ ຈະສືບຕໍ່ເພີ່ມທະວີສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ,  ສອງລັດ ແລະ ປະຊາຊົນຂອງສອງປະເທດ ລາວ - ຫວຽດນາມ,  ຫວຽດນາມ - ລາວ, ໃຫ້ນັບມື້ນັ້ນແຕກດອກອອກຜົນຍິ່ງໆຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ