ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຢູແກຼນ ໄດ້ຮັບຫຼຽນກາ ລັດແຫ່ງກົດໝາຍ ແລະ ຍຸຕິທໍາ

(VOVWORLD) - ວັນທີ 2 ຕຸລາ, ທີ່ສຳນັກງານ ສະຫະສະມາຄົມທະນາຍຄວາມໂລກ ຂອງ ຢູແກຼນ (The world Jurist Alliance – WJA) ຢູ່ນະຄອນຫຼວງ  Kiev,
ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຢູແກຼນ ໄດ້ຮັບຫຼຽນກາ ລັດແຫ່ງກົດໝາຍ ແລະ ຍຸຕິທໍາ - ảnh 1ພິທີປະດັບຫຼຽນກາ ລັດແຫ່ງກົດໝາຍ ແລະ ຍຸຕິທໍາ ໃຫ້ແກ່ທ່ານ ຫງວຽນ ແອັງ ຕ໊ວນ (ພາບ:TTXVN)

ທ່ານ Valery yevdokmov ປະທານສະຫະສະມາຄົມ ໄດ້ປະດັບຫຼຽນກາ ລັດແຫ່ງກົດໝາຍ ແລະ ຍຸຕິທໍາ (Order of the Rule of Law and Justice) ໃຫ້ແກ່ທ່ານ ຫງວຽນ ແອັງ ຕ໊ວນ ເອກອັກຄະລັດຖະທູດຫວຽດນາມປະຈຳ ຢູແກຼນ ທີ່ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ຢູແກຼນ ກໍ່ຄືໃຫ້ແກ່ການພັດທະນາຂອງ ຢູແກຼນ. ນີ້ແມ່ນຫຼຽນກາອັນສູງສົ່ງຂອງສະຫະສະມາຄົມ ສະຫງວນໃຫ້ແກ່ຜູ້ທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ການຊຸກຍູ້ການພັດທະນາຂອງ ຢູແກຼນ.

ທ່ານເອກອັກຄະລັດຖະທູດ ມີຄວາມປິຕິຊົມຊື່ນ ເມື່ອໄດ້ຮັບຫຼຽນກາ ແລະ ຂອບໃຈ ຕໍ່ນ້ຳໃຈຄວາມຮັກແພງ ຂອງທ່ານ Valery yevdokmov ທີ່ມີຕໍ່ຫວຽດນາມ ເວົ້າລວມ ແລະ ຕໍ່ທ່ານເອກອັກຄະລັດຖະທູດເວົ້າສະເພາະ, ກໍ່ຄືຂອບໃຈຕໍ່ການປະກອບສ່ວນຂອງທ່ານ ແລະ ສະຫະສະມາຄົມທະນາຍຄວາມໂລກ ຂອງ ຢູແກຼນ ໃນການພັດທະນາການພົວພັນສອງປະເທດ. ທ່ານເອກອັກຄະລັດຖະທູດ ຫວັງວ່າການພົວພັນສອງປະເທດ ກໍ່ຄື ການພົວພັນລະຫວ່າງ ສະຖານທູດ ແລະ ສະຫະສະມາຄົມ ຈະນັບມື້ສະໜິດແໜ້ນ, ຮ່ວມມືກັນພັດທະນາເພື່ອສັນຕິພາບ, ຄວາມໝັ້ນຄົງ, ຍຸຕິທຳ ແລະ ວັດທະນາຖາວອນໃນທົ່ວໂລກ ໃນນັ້ນມີ ຫວຽດນາມ ແລະ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ