ເອີ​ຣົບ ​ນັບ​ມື້​ນັບເອົາ​ໃຈ​ໃສ່​ເຖິງ​ທະ​ເລ​ຕາ​ເວັນ​ອອກຫຼາຍຂຶ້ນ

(VOVWORLD) -“ພວກຂ້າພະເຈົ້າຕັດສິນໃຈຕິດຕາມສະພາບການຢູ່ທະເລຕາເວັນອອກຢ່າງໃກ້ຊິດ, ເພາະວ່າ ນີ້ແມ່ນພາກພື້ນທີ່ມີຄວາມລະອຽດອ່ອນສຳລັບໂລກເວົ້າສະເພາະ".
ເອີ​ຣົບ ​ນັບ​ມື້​ນັບເອົາ​ໃຈ​ໃສ່​ເຖິງ​ທະ​ເລ​ຕາ​ເວັນ​ອອກຫຼາຍຂຶ້ນ - ảnh 1ກ່ຳປັ່ນສູ້ຮົບຂອງ ຈີນ ຢູ່ທະເລຕາເວັນອອກ (ພາບ: AP)

ຫວ່າງມໍ່ໆມານີ້, ບັນດາປະເທດເອີຣົບມີຄວາມເອົາໃຈໃສ່ເຖິງສະພາບການຢູ່ທະເລຕາເວັນອອກນັບມື້ນັບຫຼາຍ. ຢູ່ເອີຣົບ, ທະເລຕາເວັນອອກ ໄດ້ຮັບຖືວ່າແມ່ນໃຈກາງຂອງເຂດທະເລທີ່ກວ້າງໃຫຍ່ໄພສານ ເຊິ່ງບັນດາປະເທດຄື ອັງກິດ, ຝລັ່ງ, ເຢຍລະມັນ ເອີ້ນວ່າ ມະຫາສະໝຸດອິນເດຍ - ປາຊີຟິກ, ພ້ອມກັນນັ້ນ ກໍ່ແມ່ນເຂດທະເລຕິດພັນກັບຜົນປະໂຫຍດຫຼາຍຢ່າງຂອງບັນດາປະເທດເອີຣົບ. ປີ 2019, ຝລັ່ງ ແມ່ນປະເທດເອີຣົບທຳອິດທີ່ປະກາດຍຸດທະສາດປ້ອງກັນຊາດສຳລັບ ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ. ກ່ຳປັ່ນສູ້ຮົບຂອງ ຝລັ່ງ ໄດ້ໄປ-ມາເຂດທະເລຕາເວັນອອກຢ່າງລຽນຕິດ ເໝືອນດັ່ງການກະທຳສະໜັບສະໜູນສິດເສລີໃນການເດີນເຮືອຢູ່ທີ່ນີ້.  ໃນຊຸມປີມໍ່ໆມານີ້, ກຳລັງທະຫານເຮືອ ລາຊະອານາຈັກ ອັງກິດ ກໍເລີ່ມເພີ່ມທະວີການປະກົດຕົວຢູ່ທະເລຕາເວັນອອກ. ຫວ່າງມໍ່ໆມານີ້, ເຢຍລະມັນກໍເລີ່ມສະແດງໃຫ້ເຫັນຄວາມເອົາໃຈໃສ່ເຖິງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ນັບມື້ນັບຫຼາຍຂ້ຶ້ນ.

        ໃນຂະນະນັ້ນ, ວົງການນັກຮຽນຮູ້ ຝລັ່ງ ກໍ່ສະແດງຄວາມວິຕົກກັງວົນຕໍ່ບັນດາເຫດການທີ່ເກີດຂຶ້ນຢູ່ທະເລຕາເວັນອອກ. ທ່ານ Alain Obadia, ປະທານກອງທຶນ Gabriel Peri, ສູນຄົ້ນຄວ້າທີ່ມີອິດທິພົນຊື່ສຽງ ຢູ່ ຝລັ່ງ, ແບ່ງປັນວ່າ:

        “ພວກຂ້າພະເຈົ້າຕັດສິນໃຈຕິດຕາມສະພາບການຢູ່ທະເລຕາເວັນອອກຢ່າງໃກ້ຊິດ, ເພາະວ່າ ນີ້ແມ່ນພາກພື້ນທີ່ມີຄວາມລະອຽດອ່ອນສຳລັບໂລກເວົ້າສະເພາະ. ເກືອບ 50% ການແລກປ່ຽນຄ້າຂາຍຜ່ານການເດີນເຮືອຂອງໂລກ ລ້ວນແຕ່ໄປຜ່ານພາກພື້ນນີ້. ດ້ວຍທ່າອ່ຽງຄົ້ນຄວ້າຂອງຕົນ, ພວກຂ້າພະເຈົ້າໄດ້ຕັດສິນໃຈຊອກຮູ້ບັນຫານີ້ໃນທຸກແງ່ມູມຢ່າງເລິກເຊິ່ງກວ່າອີກ”.

ຮວິ່ງດຽບ, ນັກຂ່າວ VOV ປະຈຳ ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ