(VOVWORLD) - ຢູ່ ເອີລົບ, ຫຼາຍປະເທດສະມາຊິກອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ພວມຍູ້ແຮງການທາບທາມຄວາມເຫັນກ່ຽວກັບຄວາມອາດສາມາດຜັນຂະຫຍາຍກຳລັງຢູ່ Greenland.
ບັນດາປະເທດ ເອີລົບ ພ້ອມກັບ ການາດາ ພວມພ້ອມກັນກໍ່ຄວາມກົດດັນດ້ານການທູດສຳລັບ ອາເມລິກາ, ພາຍຫຼັງຄຳຖະແຫຼງແຂງກະດ້າງຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ກ່ຽວກັບຄວາມອາດສາມາດຄວບຄຸມ Greenland - ເຊິ່ງແມ່ນເກາະຂຶ້ນກັບ ແດນມາກ, ມີທີ່ຕັ້ງຍຸດທະສາດຢູ່ຂົ້ວໂລກເໜືອ ແລະ ແຫຼ່ງຊັບພະຍາກອນອຸດົມສົມບູນ.
ວັນທີ 11 ມັງກອນ, ທ່ານ Anita Anand, ລັດຖະມົນຕີການຕ່າງປະເທດ ການາດາ ໄດ້ໂອ້ລົມທາງໂທລະສັບກັບທ່ານ Lars Lokke Rasmussen, ລັດຖະມົນຕີການຕ່າງປະເທດ ແດນມາກ ແລະ ທ່ານນາງ Vivian Motzfeldt, ເຈົ້າໜ້າທີ່ຜູ້ຮັບຜິດຊອບການຕ່າງປະເທດຂອງ Greenland ໄດ້ຢືນຢັນຫຼັກໝັ້ນເປັນເອກະພາບສະໜັບສະໜູນອະທິປະໄຕ ແລະ ຜືນແຜ່ນດິນອັບຄົບຖ້ວນຂອງ ລາຊະອານາຈັກ ແດນມາກ ແລະ Greenland.
ໃນຂະນະນັ້ນ, ຢູ່ ເອີລົບ, ຫຼາຍປະເທດສະມາຊິກອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ພວມຍູ້ແຮງການທາບທາມຄວາມເຫັນກ່ຽວກັບຄວາມອາດສາມາດຜັນຂະຫຍາຍກຳລັງຢູ່ Greenland. ອັງກິດ ໄດ້ປຶກສາຫາລືກັບ ຝລັ່ງ ແລະ ເຢຍລະມັນ ກ່ຽວກັບແຜນການຜັນຂະຫຍາຍໜ້າທີ່ ນາໂຕ ຢູ່ເກາະປົກຄຸ້ມດ້ວຍຕົນເອງນີ້ ຄືດັ່ງມາດຕະການປົກປ້ອງຕໍ່ໜ້າຄວາມສ່ຽງ Greenland ຖືກ ອາເມລິກາ ໂຮມເຂົ້າ.