ເຮັດໃຫ້ມີຜູ້ເສຍຊີວິດແລະຮັບບາດເຈັບນັບສິບຄົນ

ເຮັດໃຫ້ມີຜູ້ເສຍຊີວິດແລະຮັບບາດເຈັບນັບສິບຄົນ - ảnh 1
ໂຄສົກ​ກອງທັບ ຢູ​​ແກຼນ ທ່ານ Andriy Lysenko ​
(ພາບ: UKRAINIAN CRISIS/TTXVN)

(vovworld) - ວັນ​ທີ 11/10, ບັນ​ດາບົດລາຍ​ງານ​ໃຫ​້ຮູ້​ວ່າ: ຢ່າງ​ໜ້ອຍ​ສຸດມີ 3 ຄົນ​ເສຍ​ຊີວິດ ​ແລະ 9 ຄົນ​ຮັບ​ບາດ​ເຈັບ​ໃນ​ບັນດາ​ການ​ປະ​ທະ​ກັນ​ຢູ່ພາກ​ຕາ​ເວັນ​ອອກ ຢູ​​ແກຼນ. ​ໂຄສົກ​ກອງທັບ ຢູ​​ແກຼນ ທ່ານ Andriy Lysenko ​ໃຫ້​ຮູ້​ວ່າ: ​ໂດຍ​ບໍ່​ຫົວຊາຕໍ່​ຂໍ້​ຕົກລົງ​ຢຸດ​ຍິງ​ໃນ​ປະຈຸ​ບັນ ບັນດາ​ຖານ​ທີ່​ໝັ້ນ​ຂອງ​ກອງທັບ ຢູ​​ແກຼນ ​ໄດ້​ກາຍ​ເປັນ​ເປົ້າ​ໝາຍ​ຖືກ​ບຸກ​ໂຈມ​ຕີລວມທັງ​ໝົດ​​ແມ່ນ 57 ​ເທື່ອ​ໃນ 24 ຊົ່ງວໂມງ​ຜ່ານ​ມາ. ​ໂຄສົກ​ກອງທັບ ຢູ​​ແກຼນ ກໍ່​ກ່າວຫາບັນດາ​ມື​ປືນ​ຂອງ​ກຳລັງຮຽກຮ້ອ​ງຄວາມ​ເປັນ​ເອກະລາດ ນຳ​ໃຊ້​ອາວຸດໜັກ ​ໃນ​ເຄິ່ງໜຶ່ງ​ຂອງ​ຈຳນວນເຫ​ດບຸກ​ໂຈມ​ຕີ. ​ໃນ​ຂະນະ​ນັ້ນ ສຳນັກ​ຂ່າວສານ DAN ​ໃຫ້​ຮູ້​ວ່າ: ​ແມ່ຍິງ 2 ຄົນ​ຖືກ​ຮັບ​ບາດ​ເຈັບ​ໃນ​​ເຫ​ດຍິງ​ປືນ​ໃຫຍ່​ຢູ່​ບ້ານ Sakhanka, ບໍລິ​ເວນ​​ໂດຍ​ກຳລັງຮຽກຮ້ອງ​ໃຫ້​ຄວບ​ຄຸມ​ຢູ່​ເຂດ Donetsk ຢ່າງ​ເປັນ​ເອກະລາດ. 

 

 

ຂ່າວ/ບົດ​ອື່ນ