ແຂກທ່ອງທ່ຽວກ່ວາ 4.600 ຄົນມາຢ້ຽມຢາມ ຍາຈາງ ດ້ວຍກ່ຳປັ່ນ

(VOVWORLD) - ຕອນຄ່ຳວັນທີ 3 ສິງຫາ, ກ່ຳປັ່ນ Spectrum of the Seas ຈະເດີນທາງອອກຈາກ ຍາຈາງ ເພື່ອໄປ ຮົ່ງກົງ (ປະເທດຈີນ).
ແຂກທ່ອງທ່ຽວກ່ວາ 4.600 ຄົນມາຢ້ຽມຢາມ ຍາຈາງ ດ້ວຍກ່ຳປັ່ນ - ảnh 1(ພາບປະກອບຈາກ VOV)

ວັນທີ 2 ສິງຫາ, ກ່ຳປັ່ນ Spectrum of the Seas, ຂຶ້ນກັບບໍລິສັດ Royal Caribbean Cruise Lines, ໄດ້ໄປຍັງນະຄອນ ຍາຈາງ, ແຂວງ ແຄ໋ງຮ່ວາ, ໃນການຢ້ຽມຢາມ ຫວຽດນາມ ດ້ວຍທາງທະເລຖ້ຽວທຳອິດ. ກ່ຳປັ່ນ Spectrum of the Seas ໄດ້ນຳສົ່ງແຂກທ່ອງທ່ຽວທີ່ມາຈາກບັນດາປະເທດຄື: ຝລັ່ງ, ເຢຍລະມັນ, ປອກຕຸຍການ, ໄທ, ສິງກະໂປ… ຢູ່ແຂວງ ແຄ໋ງຮ່ວາ, ຄະນະໄດ້ໄປຢ້ຽມຢາມສູນມະຫາສະໝຸດສາດ, ທາດ Ponagar, ໝູ່ບ້ານ ເຈື່ອງເຊີນ, ວັດ ລອງເຊີນ, ຢ້ຽມຢາມ ແລະ ຊື້ເຄື່ອງຂອງຢູ່ຕະຫຼາດເດີ່ມ ແລະ ການເຄື່ອນໄຫວອື່ນໆອີກ. ຕອນຄ່ຳວັນທີ 3 ສິງຫາ, ກ່ຳປັ່ນ Spectrum of the Seas ຈະເດີນທາງອອກຈາກ ຍາຈາງ ເພື່ອໄປ ຮົ່ງກົງ (ປະເທດຈີນ).

        ແຕ່ຕົ້ນປີມາຮອດປະຈຸບັນ, ແຂວງ ແຄ໋ງຮ່ວາ ໄດ້ຕ້ອນຮັບກ່ຳປັ່ນທະເລ 10 ລຳ ດ້ວຍຈຳນວນແຂກທ່ອງທ່ຽວກ່ວາ 9.600 ຄົນ. ຄາດວ່າ, ໃນເດືອນ ສິງຫາ ນີ້, ຈະມີກຳປັ່ນອີກລຳໜຶ່ງມາ ຍ່າຈາງ, ແຂວງ ແຄ໋ງຮ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ