ແຂວງ ເກີນເທີ ຈັດຕັ້ງການພົບປະສ້າງສັນບັນດາຜູ້ມີຍົດຖາບັນດາສັກ

ແຂວງ ເກີນເທີ ຈັດຕັ້ງການພົບປະສ້າງສັນບັນດາຜູ້ມີຍົດຖາບັນດາສັກ - ảnh 1
ພາບປະກອບ

(vovworld) - ຕອນ​ບ່າຍ​ວັນ​ທີ 5/2, ການ​ນຳ​ນະຄອນ ​​ເກີນ​ເທີ ​ໄດ້ຈັດ​ຕັ້ງ​ການ​ພົບ​ປະ​ສ້າງສັນ​ກັບ​ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ ປີ​ມະ​ເສ​ງ 2013. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສ້າງສັນ, ການ​ນຳ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ ​ເກີນ​ເທີ ຕີ​ລາຄາ​ສູງ​ໃນ​ປີຜ່ານມາ​ບັນດາ​ອົງການ​ສາສະໜາ​ໃນ​ບໍລິ​ເວນ​ນະຄອນ ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​​ເຄື່ອນ​ໄຫວ​ກຸສົນ​ສັງຄົມ​ຄື: ໜູນ​ຊ່ວຍ​ໃຫ້​ຄອບຄົວ​ທຸກ​ຍາກ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະ​ຈຳ​ຊາດ, ມອບ​ຂອງ​ຂັວນ, ມອບ​ເຂົ້າສານ​ໃຫ້​ແກ່​ຄອບຄົວ​ທຸກ​ຍາກ, ກວດ​ປິ່ນປົວ​ພະຍາດ, ຊ່ວ​ຍເຫຼືອ​ເດັກ​ກຳ​ພ້າ, ຄົນ​ພິການ, ກໍ່ສ້າງ​ຂົວ​ທາງ, ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​​ໃຈ​ດ້ວຍ​ຍອດ​ມູນ​ຄ່າ​ກ່ວາ 36 ຕື້​ດົ່ງ.

        ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຝາກ​ຄຳຢ້ຽມຢາມ​ຖາມ​ຂ່າວ ​ແລະ ອວຍພອນ​ປີ​ໃໝ່​ເຖິງ​ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກ, ນັກບວດ​ຂອງ​ສາສະໜາ​ຕ່າງໆ. ຫວັງ​ວ່າ, ບັນດາ​ອົງການ​ສາສະໜາ​ຂົນຂວາຍ​ພຸດທະສາສະນິກະ​ຊົນ ປະຕິບັດ​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ​ເປ​ັນຢ່າງ​ດີ, ປະກອບສ່ວນ​ພ້ອມ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ປະຕິບັດ​ບັ້ນ​ຂົນ​ຂວາຍ​ທົ່ວ​ປວງ​ຊົນ​ກໍ່ສ້າງ​ຊີວິດ​ວັດທະ​ນະ​ທຳ​ເຂດ​ຊຸມ​ຊົນ​ເປັນ​ຢ່າງ​ດີ, ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ - ສັງຄົ​ມຢູ່​ທ້ອງ​ຖິ່ນ. ທ່ານ ບຸ​ຍວັນ​ຮາ​ຍ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ ​ເກີນ​ເທີ ​ໃຫ້​ຮູ້​ວ່າ:

“ສຳລັບບັນດາສະ​ສາ​ໜາ, ​ໃນ​ໄລຍະ​ຜ່ານ​ມາບັນດາ​ອ​ົງການ​ສະມາ​ຄົມ, ​ອົງການ​ຮັກ​ຊາດ​ຂອງ​ສາສະໜາ​ຕ່າງໆ ​ໄດ້​ປັບປຸງ, ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ພໍ່​ແມ່​ປະຊາຊົນ​ສາສະໜາ​ຕ່າງໆ​ຍາມ​ໃດ​ກໍ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ “​ເຮັດ​ວຽກບ້ານ​ການ​ເຮືອງ ​ແລະ ວຽກ​ງານ​ສະ​ສາ​ໜາ​ເປັນ​ຢ່າງ​ດີ”, ຮ່ວມ​ເດ​ີນທາງ​ພ້ອມ​ກັບ​ຊາດ, ຕັ້ງໜ້າ​ຕອບ​ສະໜອງ​ບັ້ນ​ຂົນ​ຂວາ​ຍ, ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ​ຕ່າງໆ.”

ຂ່າວ/ບົດ​ອື່ນ