ແຂວງ ເງະອານ ຈັດພິທີສວດມົນພາວະນາຢູ່ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ

(VOVWORLD) -ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ ແມ່ນສະຖານທີ່ຝັງສົບຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານທະຫານຫວຽດນາມ ກວ່າ 11.000 ຂຸມ ທີ່ເສຍສະຫຼະຊີວິດຢູ່ສະໜາມຮົບແຫ່ງຕ່າງໆຢູ່ລາວ.

ພິທີສວດມົນພາວະນາໃຫ້ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານສາກົນ ຫວຽດນາມ - ລາວ ປີ 2019 ໂດຍຄະນະບໍລິຫານງານພຸດທະສາສະໜາຫວຽດນາມ ແຂວງເງະອານ ສົມທົບກັບເມືອງແອັງເຊີນ ຈັດຕັ້ງ ໃນລະຫວ່າງວັນທີ 19 – 21 ກໍລະກົດ. ນີ້ແມ່ນການເຄື່ອນໄຫວຖືກຈັດຂຶ້ນປະຈໍາປີ ເນື່ອງໃນໂອກາດລະນຶກເຖິງວັນນັກຮົບເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄືວັນທີ 27 ກໍລະກົດ. ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ ແມ່ນສະຖານທີ່ຝັງສົບຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານທະຫານຫວຽດນາມ ກວ່າ 11.000 ຂຸມ ທີ່ເສຍສະຫຼະຊີວິດຢູ່ສະໜາມຮົບແຫ່ງຕ່າງໆຢູ່ລາວ.


ຕອບກັບ

ຂ່າວ/ບົດ​ອື່ນ