ແຂວງກວາງນີງກະກຽມຜັນຂະຫຍາຍໂຄງການທ່າກຳປັ່ນທະເລມີມູນຄ່າ128ລ້ານUSD

ແຂວງກວາງນີງກະກຽມຜັນຂະຫຍາຍໂຄງການທ່າກຳປັ່ນທະເລມີມູນຄ່າ128ລ້ານUSD - ảnh 1
ພາບ​ປະ​ກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 24/12, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນີງ ໄດ້​ມອບ​ໃບ​ຢັ້ງ​ຢືນ​ລົງ​ທຶນ​ໃຫ້​ໂຄງ​ການ​ກໍ່​ສ້າງ, ດຳ​ເນີນ​ທຸ​ລະ​ກິດ​ພື້ນ​ຖານ​ໂຄງ​ລ່າງ​ດ້ານເຕັກ​ນິກສຳ​ລັບເຂດ​ອຸດ​ສາ​ຫະ​ກຳ ແລະ ທ່າ​ກ່ຳ​ປັ່ນ ນາມ​ຕ່​ຽນ​ຟອງ, ເດີ່ມ​ຍ່າ​ມາກ (ຂຶ້ນ​ກັບ​ເທດ​ສະ​ບານ​ເມືອງ ກວາງ​ອຽນ). ນີ້​ແມ່ນ​ໂຄງ​ການ​​ໂດຍ​​ຕ່າງ​ປະ​ເທດລົງ​ທຶນ 100% ແລະ ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ອຸດ​ສາ​ຫະ​ກຳ ຕ່ຽນ​ຟອງ ເປັນ​ເຈົ້າ​ຂອງ​ລົງ​ທຶນ (ເຊິ່ງ​ແມ່ນ​ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ລະ​ຫວ່າງ: ບໍ​ລິ​ສັດ Rent A Port, ບໍ​ລິ​ສັດ Infra Asia Investment Limited - ຮົງ​ກົງ ແລະ ບໍ​ລິ​ສັດ International Port Engineering and Manafement - ແບນ​ຊິກ). ໂຄງ​ການ​ໄດ້​ຮັບ​ການກໍ່​ສ້າງ​ໃນ​ເນື້ອ​ທີ​ດິນ 487 ha, ເພື່ອ​ແນ​ໃສ່​ສ້າງ​​ເຂດ​ອຸດ​ສາ​ຫະ​ກຳ​ສຸ​ມ​ໃສ່, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕ້ອນ​ຮັບ​ບັນ​ດາ​ໂຄງ​ການ​ຂອງ​ຂະ​ແໜງ​ຜະ​ລິດ​ອຸດ​ສາ​ຫະ​ກຳ, ເຕົ້າ​ໂຮມ​ບັນ​ດາ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ເຕັກ​ນິກ​ທີ່​ທັນ​ສະ​ໄໝ, ຄົບ​ຊຸດ, ພັດ​ທະ​ນາ​ແບບ​ຍື​ນ​ຍົງ ແລະ ບໍ່​ກໍ່​ມົນ​ລະ​ຜິດ​​ເຖິງສິ່ງ​ແວດ​ລ້ອມ.


ຂ່າວ/ບົດ​ອື່ນ