ແຂວງກວາງນີງຕັ້ງໜ້າກໍ່ສ້າງຊົນນະບົດໃໝ່

ແຂວງກວາງນີງຕັ້ງໜ້າກໍ່ສ້າງຊົນນະບົດໃໝ່ - ảnh 1
ການກໍ່ສ້າງທາງເບຕົງ
(ພາບປະກອບ)

(vovworld) – ​ວັນ​ທີ 6/4, ຢູ່​ແຂວງ​ກວາງ​ນີງ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ເກາະ ​ໂກ​ໂຕ ​ແລະ ຄະນະ​ກໍ່ສ້າງ​ຊົນນະບົດ​ໃໝ່​ແຂວງ ກວາງ​ນີງ ​​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ດ້ວຍ​ຫົວ​ຂໍ້ “ກໍ່ສ້າງ​ຊົນນະບົດ​ໃໝ່: ຜົນສຳ​ເລັດ​​ທັງ​ດ້ານ​ສະຕິ​ຄວາມ​ຮູ້ ​ແລະ ວິທີ​​ເຮັດ”. ພາຍຫຼັງ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ລາຍການ​ກໍ່ສ້າ​ງຊົນນະບົດ​ໃໝ່, ​ແຂວງ ກວາງ​ນີງ ​​ລະດົມ​ແຫຼ່ງທຶນ​​ໄດ້​ກ່ວາ 23 ຕື້​ດົ່ງ. ມາ​ຮອດ​ປະຈຸ​ບັນ, ​ແຂ​ວງ ກວາງ​ນີງ ມີ 34 ຕາ​ແສງບັນລຸ​ມາດຖານ​ຊົນນະບົດ​ໃໝ່​ໂດຍ​ພື້ນຖານ, ນຳ​ໜ້າ​ໃນ 15 ​ແຂວງ​ເຂດ​ພູດ​ອຍທາງ​ພາກ​ເໜືອ​ກ່ຽວ​ກັບ​ຈຳນວນ​ຕາ​ແສງ​ບັນ​ລຸ​ມາດຖານ​ຊົນນະບົດ​ໃໝ່.

    ທ່ານ ​ເຈືອງ​ກົງ​ງ່າ​ນ, ຫົວໜ້າ​ຄະນະ​ກໍ່ສ້າງ​ຊົນນະບົດ​ໃໝ່​ແຂວງ ກວາງ​ນີງ ​ໃຫ້​ຮູ້​ວ່າ:

    “ພວກ​ຂ້າພະ​ເຈົ້າ​ຖື​ວ່າ​: ​ເລື່ອງ​ຮ່ວມ​ສຳພັນ​ພ້ອມ​ກັບ​ວິ​ສາ​ຫະກິດ​ຕ້ອງ​ຜ່ານບັນດາ​ວຽກ​ງານ​ລະອຽດ, ​ແກ້​ໄຂ​ບັນດາ​ສິ່ງ​ຄົງ​ຄ້າງ​ເພື່ອ​ເຮັດ​ແນ​ວ​ໃດ​ເມື່ອ​​ລົງທຶນ​ເຂົ້າ​ກະ​ສິກຳ, ພັດທະນາ​ການ​ຜະລິດ​ກະສິກຳ​ຊົນນະ​ບົດ​ເຂົາ​ເຈົ້າກໍ່ຕ້ອງ​ມີ​ກຳ​ໄລ. ຂ້າພະ​ເຈົ້າ​ຄິດ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ​, ​ແຂວງ ຈະ​ມີ​ບັນດາ​ມາດ​ຕະການ​ລະອຽດ​ກ່ວາ​ອີກ​ເພື່ອ​ຊ່ວຍ​ເຫຼືອ​ວິ​ສາ​ຫະກິດ ​ແລະ ຮ່ວມ​​ສຳພັນພ້ອມ​ກັບ​ວິ​ສາ​ຫະກິດ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່”


ຂ່າວ/ບົດ​ອື່ນ