ແຂວງກວາງນິງແລະຊາປາຕ້ອນຮັບນັກທ່ອງທ່ຽວນັບໝື່ນເທື່ອຄົນມາຢ້ຽມຢາມໃນໂອກາດວັນຊາດທີ 02 ກັນຍາ

(VOVWORLD) -ໃນວັນພັກເນື່ອງໃນໂອກາດວັນຊາດຫວຽດນາມ ທີ 02 ກັນຍາ ເປັນເວລາ 3 ວັນ (ແຕ່ວັນທີ 01 – 03 ກັນຍາ), ແຂວງກວາງນິງ ໄດ້ຕ້ອນຮັບ 8 ໝື່ນ 7 ແສນເທື່ອຄົນມາຢ້ຽມຢາມ, ທ່ອງທ່ຽວ, ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ໃນນັ້ນນັກທ່ອງທ່ຽວສາກົນບັນລຸກວ່າ 1 ໝື່ນ 9 ແສນເທື່ອຄົນ.

ແຂວງກວາງນິງແລະຊາປາຕ້ອນຮັບນັກທ່ອງທ່ຽວນັບໝື່ນເທື່ອຄົນມາຢ້ຽມຢາມໃນໂອກາດວັນຊາດທີ 02 ກັນຍາ - ảnh 1 ງານບຸນລະດູໃບໄມ້ຫຼົ່ນຊາປາ ປີ 2018

(ພາບ: TTXVN)

ດ້ວຍການເຄື່ອນໄຫວໂຄສະນາການທ່ອງທ່ຽວທີ່ດູດດື່ມ, ໃນນັ້ນ “ງານບຸນລະດູໃບໄມ້ຫຼົ່ນຊາປາ ປີ 2018” ເຊິ່ງດຳເນີນກົງກັບໂອກາດວັນພັກເນື່ອງໃນໂອກາດວັນຊາດຫວຽດນາມ ປີ 2018, ເມືອງຊາປາ, ແຂວງລາວກາຍ ໄດ້ດຶງດູດນັກທ່ອງທ່ຽວນັບໝື່ນເທື່ອຄົນມາຢ້ຽມຢາມ ແລະ ຄົ້ນຫາ. ທ່ານ ໂດ້ຈ້ອງງວຽນ, ຫົວໜ້າຫ້ອງວັດທະນະທຳ, ຂໍ້ມູນຂ່າວສານເມືອງຊາປາ, ແຂວງລາວກາຍ ໃຫ້ຮູ້ວ່າ. ໃນວັນພັກເປັນເວລາ 3 ວັນ, ກໍ່ມີການເຄື່ອນໄຫວວັດທະນະທຳ, ສະແດງສິລະປະ, ກິລາກາຍຍະກຳ ເຊິ່ງໄດ້ດຳເນີນຢູ່ບໍລິເວນເມືອງຊາປາ ເພື່ອຮັບໃຊ້ນັກທ່ອງທ່ຽວຄື: ງານວາງສະແດງພາບຖ່າຍສິລະປະ “ເຂດດິນແດນ ແລະ ຊາວຊາປາ”; ງານບຸນຢູ່ຕາມຖະໜົນ; ຄົ້ນຫາວັດທະນະທຳ, ອາຫານການກິນ…

ຕອບກັບ

ຂ່າວ/ບົດ​ອື່ນ