ແຂວງດັກລັກຈະສ້າງລະບຽບການສົມທົບວຽກງານກັບສະຖານີວິທະຍຸຫວຽດນາມ

ແຂວງດັກລັກຈະສ້າງລະບຽບການສົມທົບວຽກງານກັບສະຖານີວິທະຍຸຫວຽດນາມ - ảnh 1
(ທ່ານ ຫງວຽນ​ເຖ​໋ກີ່​ເຮັດ​ວຽກ​ ກັບ​ການ​ນຳ​ແຂວງ​ດັກ​ລັກ)

(vovworld) – ສືບ​ຕໍ່​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່ ແຂວງ​ດັກ​ລັກ, ຕອນ​ບ່າຍ​ວັນ​ທີ 24/04, ທ່ານ ຫງວຽນ​ເຖ​໋ກີ່, ​ຜູ້ອຳ​ນວຍ​ການ​ໃຫຍ່ ສະ​ຖາ​ນີ​ວິ​ທະ​ຍຸ​​ກະ​ຈາຍ​ສຽງຫວຽດ​ນາມ, ໄດ້​ມີ​ການ​ເຮັດ​ວຽກ​ ກັບ​ການ​ນຳ​ແຂວງ​ດັກ​ລັກ. ທີ່​ການ​ເຮັດ​ວຽກ, ທ່ານ ຫງວຽນ​ເຖ໋ກີ່ ໄດ້​​ລາຍ​ງານໃຫ້​ ​ການ​ນຳຫຼັກ​ແຫຼ່ງ​ ແຂວງ​ດັກ​ລັກຊາບ ກ່ຽວ​ກັບ​ການ​ພັດ​ທະ​ນາ​ທຸກ​ດ້ານ​ ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​​ກະ​ຈາຍ​ສຽງຫວຽດ​ນາມ. ພ້ອມ​ທັງ ຮັບ​ຮອງ​ການ​ຊ​່ວຍ​ເຫຼືອ, ສ້າງ​ເງື່ອນ​ໄຂ​ຂອງ​ທ້ອງ​ຖິ່ນ ໃນຫຼາຍ​ປີ​ຜ່ານ​ມາ ເພື່ອ​ໃຫ້ບ​ັນ​ດາ​​​ຫົ​ວໜ່ວຍ ທີ່​ຂື້ນ​ກັບ ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (ປະ​ກອບ​ມີ​ອົງ​ການປະ​ຈຳໄຕ​ຫງວຽນ, ສະ​ຖາ​ນີ​​ສົ່ງ​ຄື່ນ​ກະ​ຈາຍ​ສຽງ, ຫ້ອງ​ການ​ປະ​ຈຳ​ຊ່ອງ​ໂທ​ລະ​ພາບ​ສະ​ພາ​ແຫ່ງ​ຊາດ ແລະ ນັກ​ຂ່າວ​ຊ່ອງ​ໂທ​ລະ​ພາບ VTC)  ​ປະ​ຕິ​ບັດສຳ​ເລັດ​ໜ້າ​ທີ່​ ​ໂຄ​ສະ​ນາສື່​ສານ ຢ່າງ​ຈົບ​ງາມ. ທ່ານ ຫງວຽນ​ເຖ໋ກີ່ ສະ​ເໜີ​ກັບ ​ບັນ​ດາ​ການ​ນຳ​ ແຂວງດ​ັກ​ລັກ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ ຈະ​ພ້ອມ​ກັບ ສະ​ຖາ​ນີ​ວິ​ທະ​ຍຸ​​ກະ​ຈາຍ​ສຽງຫວຽດ​ນາມ ສ້າງ​ລະ​ບຽບ​ການ ​ສົມ​ທົບ​ວຽກ​ງານ, ແນ່​ໃສ່​ປະ​ຕິ​ບັດ​ໜ້າ​ທີ່​ໂຄ​ສະ​ນາສື່​ສານ​ ​ດ້ວຍ​ພາ​ຫະນະສື່ມວນ​ຊົນ​ໃຫ້​ດີກວ່າ​ເກົ່າ.

ຂ່າວ/ບົດ​ອື່ນ