ແຂວງດ້ຽນບຽນ ບໍ່ຈັດງານບຸນດອກສ້ຽວປ່າເພື່ອຮັບປະກັນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) -ງານບຸນດອກສ້ຽວປ່າ ແມ່ນງານບຸນເພື່ອໂຄສະນາ, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຮູບແບບມໍລະດົກວັດທະນະທຳຊົນເຜົ່າຂອງແຂວງ ດ້ຽນບຽນ
ແຂວງດ້ຽນບຽນ ບໍ່ຈັດງານບຸນດອກສ້ຽວປ່າເພື່ອຮັບປະກັນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 - ảnh 1ດອກສ້ຽວປ່າ
(ພາບປະກອບ: TTXVN)

ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ-19, ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ໄດ້ປະກາດໃຊ້ເອກະສານກ່ຽວກັບເລື່ອງ ບໍ່ຈັດຕັ້ງງານບຸນດອກສ້ຽວປ່າ ແລະ ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດ້ຽນບຽນ ຄັ້ງທີ 7. ແຂວງ ດ້ຽນບຽນ ໄດ້ຮຽກຮ້ອງໃຫ້ບັນດາພະແນກ, ຂະແໜງການແຂວງ, ຄະນະກຳມະການປະຊາຊົນບັນດາເມືອງ, ເທດສະບານເມືອງ, ນະຄອນ ແລະ ສະເໜີໃຫ້ບັນດາຄະນະ, ອົງການຈັດຕັ້ງສັງຄົມພາຍໃນແຂວງ ຈົ່ງປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ ແລະ ຄົບຖ້ວນ, ຜ່ານນັ້ນກໍ່ປະກອບສ່ວນຄວບຄຸມໂລກລະບາດໃນບໍລິເວນແຂວງໃຫ້ເປັນຢ່າງດີ.

        ງານບຸນດອກສ້ຽວປ່າ ແມ່ນງານບຸນເພື່ອໂຄສະນາ, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຮູບແບບມໍລະດົກວັດທະນະທຳຊົນເຜົ່າຂອງແຂວງ ດ້ຽນບຽນ; ຕິດພັນການອະນຸລັກຮັກສາ, ການເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານການທ່ອງທ່ຽວ, ການພັດທະນາເສດຖະກິດ - ສັງຄົມຂອງແຂວງ ໃນໄລຍະເຊື່ອມໂຍງ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ