ແຂວງຕ່ຽນຢາງສົ່ງເສີມການຮ່ວມມືກັບຝ່າຍອາບຟຣິກາໃຕ້ໃນຂົງເຂດສິ່ງແວດລ້ອມ

ແຂວງຕ່ຽນຢາງສົ່ງເສີມການຮ່ວມມືກັບຝ່າຍອາບຟຣິກາໃຕ້ໃນຂົງເຂດສິ່ງແວດລ້ອມ - ảnh 1
ການເຮັດວຽກ ລະຫວ່າງຄະນະຜູ້ແທນແຂວງ ຕ່ຽນຢາງ
ແລະ ກະຊວງ​ສິ່ງ​ແວດ​ລ້ອມ ອາບຟຣິກາໃຕ້ ​
(ພາບ: quehuongonline.vn)

(vovworld) – ​ ວັນ​ທີ 4/6, ຄະນະ​ຜູ້​ແທນ​​ແຂວງ ຕ່ຽນຢາງ ​ໂດຍ​ທ່ານ ​ເຈິ​ນ​ເທ໋ງອກ, ​ເລຂາ​ຄະນະ​ພັກ​ແຂວງ ນຳ​ໜ້າ,​ ​ໄດ້​ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ຜູ້ຕາງໜ້າ​ກະຊວງ​ສິ່ງ​ແວດ​ລ້ອມ ອາບຟຣິກາໃຕ້ ​ເພື່ອ​ແນ​ໃສ່​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ ​ແລະ ຊອກ​ຫາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຮັກສາ​ສິ່ງ​ແວດ​ລ້ອມ. ນະ​ທີ່​ນີ້, ທ່ານ ​ເຈິ​ນ​ເທ໋ງອກ ​​​ແນະນຳ​ບັນດາ​ບາດກ້າວ​ພັດທະນາ​ໃໝ່​ໃນ​ຫຼາຍ​ຂົງ​ເຂດ​ຂອງ ຫວຽດນາມ ​ເວົ້າ​ລວມ ກໍ​ຄື​ຂອງ ຕ່ຽນຢາງ ​ເວົ້າ​ສະ​ເພາະ, ​ໃນ​ນັ້ນ​ມີ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ແຂວງ​ໃນ​ຂົງ​ເຂດຄຸ້ມ​ຄອງ, ຮັກສາ​ສິ່ງ​ແວດ​ລ້ອມ;  ທ່ານກໍ​ສະ​ແດງຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ກະຊວງ​ສິ່ງ​ແວດ​ລ້ອມ ອາບຟຣິກາໃຕ້, ພິ​ເສດ​ແມ່ນ​ການ​ແບ່ງປັນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງສິ່ງ​ເສດ​ເຫຼືອອຸດສາຫະກຳ ກໍ​ຄືສິ່ງ​ເສດ​ເຫຼືອ​ໃນ​ການ​ດຳລົງ​ຊີວິດ..

                ທ່ານ Mark Gordon, ຫົວໜ້າ​ກົມ​ໃຫຍ່​ກະຊວງ​ສິ່ງ​ແວດ​ລ້ອມ ອາບຟຣິກາໃຕ້, ຊີ້​ແຈ້ງວ່າ: ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ​ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ​ແລະ ບັນດາ​ທ້ອງ​ຖິ່ນຕ່າງໆ​ຂອງ 2 ຝ່າຍ​ໃນ​ການ​ເພີ່ມ​ທະວີ​ສາຍພົວພັນຮ່ວມ​ມື​ນັບ​ມື້​ນັບ​ແທດ​ຈິງ, ລະອຽດ ລະຫວ່າງ ຫວຽດນາມ ​ແລະ ອາບຟຣິກາໃຕ້. ທ່ານ Mark Gordon ​ເນັ້ນ​ໜັກ​ວ່າ: ອາບຟຣິກາໃຕ້ ​ແລະ ຫວຽດນາມ ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ ​ເພື່ອ​ພັດທະນາ​ການ​ພົວພັນ​ຫຼາຍ​ດ້ານ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ຮັກສາ​ສິ່ງ​ແວດ​ລ້ອມ.
ຂ່າວ/ບົດ​ອື່ນ