ແຂວງຢາ​ລາຍ​ ຈັດ​ຕັ້ງ​ວັນ​ບຸນ​ບໍ​ລິ​ຈາກ​ເລືອດ “ຢາດ​ເລືອດເຂດ​ພູ​ພຽງ”

(VOVWORLD) -ວັນທີ 3 ກໍລະກົດ, ຢູ່ນະຄອນ Pleiku, ຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແຂວງຢາລາຍໄດ້ຈັດວັນບຸນບໍລິຈາກເລືອດ “ຢາດເລືອດເຂດພູພຽງ”.
ແຂວງຢາ​ລາຍ​ ຈັດ​ຕັ້ງ​ວັນ​ບຸນ​ບໍ​ລິ​ຈາກ​ເລືອດ “ຢາດ​ເລືອດເຂດ​ພູ​ພຽງ” - ảnh 1ຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈແຂວງ ຢາລາຍມອບໃບຍ້ອງຍໍໃຫ້  ໝູ່ຄະນະ, ຄອບຄົວ ແລະ ສ່ວນບຸກຄົນ ທີ່ມີຜົນງານດີເດັ່ນໃນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ

ວັນບຸນບໍລິຈາກເລືອດ “ຢາດເລືອດເຂດພູພຽງ” ແມ່ນການເຄື່ອນໄຫວຕອບສະໜອງໂຄງການບໍລິຈາກເລືອດ “ຂະບວນການແດງ - ເຊື່ອມຕໍ່ສາຍເລືອດຫວຽດ” ຄັ້ງທີ IX ປີ 2021 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈ. ໂຄງການໄດ້ດຳເນີນໃນລະຫວ່າງວັນທີ 9 ມິຖຸນາ ຫາ ວັນທີ 8 ສິງຫາຢູ່ 44 ແຂວງ, ນະຄອນໃນທົ່ວປະເທດ, ຄາດວ່າ ໂຄງການຈະຮັບໄດ້ເລືອດ 100.000 ຖົງ. ນີ້ແມ່ນຄັ້ງທີ 6 ທີ່ແຂວງ ຢາລາຍໄດ້ເຂົ້າຮ່ວມໂຄງການນີ້.

        ປີນີ້, ຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈແຂວງ ຢາລາຍໄດ້ຕັ້ງເປົ້າໝາຍຈະຂົນຂວາຍ ແລະ ຮັບເລືອດຢ່າງໜ້ອຍສຸດ 600 ຖົງ. ເນື່ອງໃນໂອກາດນີ້, ຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແຂວງຢາລາຍ ໄດ້ມອບໃບຍ້ອງຍໍໃຫ້ 27 ໝູ່ຄະນະ, 4 ຄອບຄົວ ແລະ ສ່ວນບຸກຄົນ 41 ຄົນທີ່ມີຜົນງານດີເດັ່ນໃນວຽກງານບໍລິຈາກເລືອດດ້ວຍຄວາມສະໝັກໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ